ເຫດແຜ່ນ​ດິນ​ໄຫວ​ຢູ່ ອິນ​ໂດ​ເນ​ເຊຍ: ມີຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ

(VOVWORLD) -ໃນກໍລະນີຕ້ອງການຄວາມຊ່ວຍເຫຼືອ, ພົນລະເມືອງ ຫວຽດນາມ ສາມາດຕິດຕໍ່ກັບສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຜ່ານເບີໂທລະສັບສາຍດ່ວນປົກປ້ອງພົນລະເມືອງ +62-811-161-025 ຫຼືເບີໂທລະສັບຂອງສະຖານທູດກົງສູນ +62-21-3158537.
ເຫດແຜ່ນ​ດິນ​ໄຫວ​ຢູ່ ອິນ​ໂດ​ເນ​ເຊຍ: ມີຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ - ảnh 1ປະຊາຊົນອິນໂດເນເຊຍອອກຈາກເຮືອນ (ພາບ: VOV)

ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ 5,6 ຣີກເຕີ ທີ່ເກີດຂຶ້ນໃນຕອນບ່າຍວັນທີ 21 ພະຈິກຢູ່ແຂວງ Javaຕາເວັນຕົກ, ອິນໂດເນເຊຍ, ສືບຕໍ່ເພີ່ມຂຶ້ນຢ່າງໄວວາ. ສື່ມວນຊົນປະເທດປະຈຳຖິ່ນໄດ້ຄັດສະເໜີຄຳເວົ້າຂອງທ່ານ Ridwan Kamil ຜູ້ວ່າການແຂວງ Java ຕາເວັນຕົກ ໂດຍໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວໄດ້ຂຶ້ນເຖິງ 162 ຄົນ, ມີຜູ້ໄດ້ຮັບບາດເຈັບ ນັບຮ້ອຍຄົນ ແລະ ຜູ້ຕ້ອງອົບພະຍົບລີ້ໄພ 13.000 ຄົນ. ໃນຂະນະນັ້ນ, ອົງການຫລຸດຜ່ອນໄພທຳມະຊາດ ຂອງ ອິນໂດເນເຊຍ ຢັ້ງຢືນວ່າ ມີຜູ້ເສຍຊີວິດ 62 ຄົນ, ສ່ວນຜູ້ຫາຍຊາບສູນ 25 ຄົນ ໄດ້ກຳນົດວ່າພວມຖືກຖົມຢູ່ໃນຕົນ ແລະ ຊາກທີ່ພັງທະລາຍຂອງເຮືອນຊາຍຕ່າງໆ ພ້ອມກັບຜູ້ຮັບບາດເຈັບປະມານ 700 ຄົນ. ເຫດແຜ່ນດິນໄຫວໄດ້ທຳລາຍເຮືອນຊານ, ອາພາດເມັ້ນ ກ່ວາ 2000 ຫຼັງ ພ້ອມກັບຫຼາຍໂຄງການພື້ນຖານໂຄງລ່າງອື່ນຢູ່ທ້ອງຖິ່ນ.

ໃນຕອນຄ່ຳວັນດຽວກັນ, ທ່ານຕະວັນທົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໃຫ້ຮູ້ວ່າ: ໄລ່ຮອດເວລາ 18 ໂມງຂອງວັນທີ 21 ພະຈິກ, ຍັງບໍ່ການຢັ້ງຢືນມີກໍລະນີຊາວຫວຽດນາມ ຖືກບາດເຈັບ ແລະ ເສຍຊີວິດໃນເຫດແຜ່ນດິນໄຫວດັ່ງກ່າວ. ໃນກໍລະນີຕ້ອງການຄວາມຊ່ວຍເຫຼືອ, ພົນລະເມືອງ ຫວຽດນາມ ສາມາດຕິດຕໍ່ກັບສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຜ່ານເບີໂທລະສັບສາຍດ່ວນປົກປ້ອງພົນລະເມືອງ +62-811-161-025 ຫຼືເບີໂທລະສັບຂອງສະຖານທູດກົງສູນ +62-21-3158537.

ຕອບກັບ

ຂ່າວ/ບົດ​ອື່ນ