ເຫດແຜ່ນດິນໄຫວຢູ່ຍີ່ປຸ່ນ:ຄື້ນຟອງສູງກ່ວາ1ເມັດຢູ່Fukushima

ເຫດແຜ່ນດິນໄຫວຢູ່ຍີ່ປຸ່ນ:ຄື້ນຟອງສູງກ່ວາ1ເມັດຢູ່Fukushima - ảnh 1
ພາບ​ປະ​ກອບ​ຈາກUSGS

(vovworld) ວັນ​ທີ 22/11, ອົງ​ການ​ອຸ​ຕຸ​ນິ​ຍົມ​ ຍີ່​ປ​ຸ່​ນ ໃຫ້​ຮູ້​ວ່າ: ພາຍຫຼັງເກີດ​ເຫດ​ແ​ຜ່ນ​ດິນ​ໄຫວ​ມີ​ຄວາມ​ແຮງ 7,4 ອົງ​ສາ​ຣິດ​ເຕີ ຢູ່​ພາກ​ຕາ​ເວັນ​ອອກ​ພາກ​ເໜືອ​ຂອງ​ປະ​ເທດນີ້, ຄື​້ນ​ຟອງ​ຍັກ​ສູງ​ກ່​ວາ 1 ເມັດ​ໄດ້​ເກີດ​ຂຶ້ນ​ຢູ່​ແຂວງ Miyagi ແລະ ບັນ​ດາ​ເຂດ​ຢູ່​ແຄມ​ທະ​ເລ​ປາ​ຊີ​ຟິກ. ນີ້​ແມ່ນ​ເຫດ​ແ​ຜ່ນ​ດິນ​ໄຫວ​ດ້ວຍ​ຄວາມ​ແຮງ​ກ່​ວາ 7 ອົງ​ສາ​ຣິດ​ເຕີ​ເກີດ​ຂຶ້ນ​ຄັ້ງ​ທຳ​ອິດ​ຢູ່ ຍີ່​ປຸ່ນ ນັບ​ແຕ່​ເດືອນ 7/2014. ຕາມ​ອົງ​ການ​ດັ່ງ​ກ່າວ​ແລ້ວ, ຄື້ນ​ຟອງ​​ສູງ​ 1,4 ເມັດ ໄດ້​ເກີດ​ຂຶ້ນ​ຢູ່​ທ່າ​ກ່ຳ​ປັ່ນ Sendai ຂອງ​ແຂວງ Miyagi ໃນ​ເວ​ລາ 8ໂມງ 03 ນາ​ທີ ຕາມ​ເວ​ລາ​ທ້ອງ​ຖິ່ນ ( 6 ໂມງ​ 3 ນາ​ທີ​ຕາມ​ເວ​ລາ ຫວຽດ​ນາມ), ໃນ​ຂະ​ນະ​ທີ່​ບັນ​ດາ​ເຂດ​ແຄມ​ທະ​ເລ​ຢູ່ Fukushima ແລະ Ibaraki ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຄື້ນ​ນ້ອຍ​ກ່​ວາ. ກຳ​ລັງ​ກູ້​ໄພ​ກູ້​ຊີບ​ໄດ້​ໃຫ້​ຮູ້​ວ່າ ມີ​ບາງ​ຄົນ​ຖືກ​ຮັບ​ບາດ​ເຈັບ​​ຢູ່ Fukushima.

        ເມື່ອ​ຕອບ​ສຳ​ພາດ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່​ນະ​ຄອນຫຼ​ວງ Buneos Aires (ປະ​ເທດ ອັງ​ຊັງ​ຕີງ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່​ນ Shinzo Abe ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ຈະ​ຕີ​ລາ​ຄາ​ຄວາມ​ເສຍ​ຫາຍ​ໂດຍ​ເຫດ​ແຜ່ນ​ດິນ​ໄຫວກໍ່​ຂຶ້ນ ແລະ ສະ​ໜອງ​ຂໍ້​ມູນ​ຂ່າວ​ທີ່​ຈຳ​ເປັນ​ໃຫ້​ແກ່​ປະ​ຊາ​ຊົນ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ໄດ້​ສົ່ງ​ເຮືອ​ບິນ​ເຖິງ​ບັນ​ດາ​ເຂດ​ຖືກ​ຜົນ​ສະ​ທ້ອນ​ເພື່ອກວດ​ກາ​ສະ​ພາບ​ຄວາມ​ເສຍ​ຫາຍ.


ຂ່າວ/ບົດ​ອື່ນ