ເຫດແຜ່ນດິນໄຫວຢູ່ຍີ່ປຸ່ນເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບນັບຮ້ອຍຄົນ

ເຫດແຜ່ນດິນໄຫວຢູ່ຍີ່ປຸ່ນເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບນັບຮ້ອຍຄົນ - ảnh 1
ເຫດແຜ່ນດິນໄຫວຢູ່ຍີ່ປຸ່ນເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບນັບ
(ພາບ: AFP/TTXVN)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 15/04 ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຍີ່​ປຸ່ນ ​ໄດ້ຮັບ​ຮູ້​ວ່າຢ່າ​ງໜ້ອຍ​ສຸດກໍ່​ມີ​ຜູ້​ເສຍ​ຊີວິດ 9 ຄົນ ​ແລະ ຮັບ​ບາດ​ເຈັບນັບ​ຮ້ອຍ​ຄົນ​ໃນ​ເຫດ​ແຜ່ນດິນ​ໄຫວ​ມີ​ຄວາມ​ແຮງ 6,5 richte ​ທີ່ເກີດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 14/04 ຢູ່່​ເກາະ Kyushu (Kiu-siu) ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ປະ​ເທດ​ນີ້. ​ເຫດ​ແຜ່ນດິນ​ໄຫວ​ນີ້ ກໍ່​ເຮັດ​ໃຫ້​ເຮື​ອນຊານ​​ຫລາຍ​ຫລັງຖືກ​ເປ່​ເພ ​ແລະ ​ເກີດ​​ໄຟ​ໄໝ້​ຢູ່ບາງ​ບ່ອນ. ​ໄລ່​ຮອດ​ເວລາ 5 ​ໂມງ​ເຊົ້າ​ວັນ​ທີ 15/04 ຕາມ​ເວລາ​ທ້ອງ​ຖິ່ນ, ຢ່າງ​ໜ້ອຍ​ສຸດ​ກໍ່ມີ 765 ຄົນ​ຕ້ອງປິ່ນ​ປົ່ວ​ພະຍາດ​ຍ້ອນ​ຖືກ​ຮັບ​ບາດ​ເຈັບ, ​ໃນ​ນັ້ນ​ມີ 53 ຄົນ​ຖືກ​​ເຈັບ​ໜັກ. ມີ​ປະຊາຊົນປະມານ 44.400 ຄົນຍົກຍ້າຍ​ໄປ​ອາ​ໄສ​ຊົ່ວຄາວ​ຢູ່​ສະຖານ​ທີ​ອື່ນໆ 500​ແຫ່ງ​ໃນ ​ເມືອງ Kumamoto. ກຳລັງກູ້​ໄພ​ກູ້​ຊີບ​ໄດ້​ເຮັດ​ວຽກຕະຫລອດ​ວັນ ​ແລະ ຄືນ​ເພື່ອ​ຊອກ​ຫາ​ບັນດາ​ຄົນ​ທີ່​ຍັງ​ຄ້າງ ​ໄວ້​ໃນ​ເຂດ​ເຮືອນ​ຊານ​ທີ່​ຖືກ​ເປ່​ເພ ນອກ​ນັ້ນ, ພະນັກງານ​ດັບ​ເພີງ​ກໍ່​ຖືກ​ສົ່ງ​ມາ​ເພື່ອ​ດັບ​​ເພີງ​ຢູ່​ບາງ​ແຫ່ງ​ໂດຍ​ແຜ່ນດິນ​ໄຫວ​ກໍ່​ຂຶ້ນ.​

ຂ່າວ/ບົດ​ອື່ນ