ເຫດແຜ່ນດິນໄຫວຢູ່ອີຕາລີ: ປະກາດສະພາວະສຸກເສີນຢູ່ເຂດຖືກແຜ່ນດິນໄຫວ

ເຫດແຜ່ນດິນໄຫວຢູ່ອີຕາລີ: ປະກາດສະພາວະສຸກເສີນຢູ່ເຂດຖືກແຜ່ນດິນໄຫວ	 - ảnh 1
ແຜ່ນ​ດິນ​ໄຫວ​ຢູ່​ອີ​ຕາ​ລີ

(vovworld)- ສຳ​ນັກ​ຂ່າວ​ສານ ANSA ຂອງ​ອີ​ຕາ​ລີ ໃຫ້​ຮູ້​ວ່າ: ​ທີ່​ການປະ​ຊຸມ​ຂອງ​ລັດ​ຖະ​ບານ​ໃນ​ຕອນ​ບ່າຍ​ວັນ​ທີ 25/8, ລັດ​ຖະ​ບານ ອີ​ຕາ​ລີ ຈະ​ປະ​ກາດ​ສະ​ພາ​ວະ​ສຸກ​ເສີນ​ສຳ​ລັບ​ເຂດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເມື່ອ​ຄ່ຳ​ຄືນ​ວັນ​ທີ 23/8 ເພື່ອ​ສຸມ​ໃສ່​ບັນ​ດາ​ແຫລ່ງ​ກຳ​ລັງ​ໃຫ້​ແກ່​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ກໍ​ຄື​ສ້າງ​ຕັ້ງ​ຄືນ​ໃຫມ່​ໃນ​ໄລ​ຍະ​ຕໍ່​ໄປ. ນັກ​ຂ່າວ​ສຳ​ນັກຂ່າວ​ສານ​ຫວຽດ​ນາມ​  ປະ​ຈຳ ອີ​ຕາ​ລີ ໄດ້​ຄັດ​ແຫລ່ງ​ຂ່າວ​ດັ່ງ​ກ່າວ​ໃຫ້​ຮ​ູ້​ວ່າ ສະ​ຫະ​ສະ​ມາ​ຄົມ​ທະ​ນາ​ຄານ​ການ​ຄ້າ ອີ​ຕາ​ລີ ໄດ້​ຊີ້​ນຳ​ໃຫ້​ບັນ​ດາ​ສາ​ຂາ​ຢຸດ​ຕິ​ການ​ເກັບ​ຄືນ​ບັນ​ດາ​ບ້​ວງ​ເງິນກູ້​ຢືມ​​ດ້ວຍ​ການຈຳ​ນຳ​ສຳ​ລັບ​ບັນ​ດາ​ລ​ູກ​ຄ້າ​ໃນ​ເຂດ​ຖືກ​ຜົນ​ສະ​ທ້ອນ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ. ອົງ​ການ​ປົກ​ປ້ອງ​ພົນ​ລະ​ເຮືອນ ອີ​ຕາ​ລີ ກໍ​ປຸກ​ລະ​ດົມ​ລາຍ​ການ​ສະ​ຫນັບ​ສະ​ຫນູນ​ຜູ້​​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຜ່ານ​ລະ​ບົບ​ຂໍ້​ຄວາມ SMS, ແຕ່​ລະ​ຂໍ້​ຄວາມ​ແມ່ນ 2 ເອີ​ໂຣ.

ຕອບກັບ

ຂ່າວ/ບົດ​ອື່ນ