ເຫດແຜ່ນດິນໄຫວຢ່າງລຽນຕິດຢູ່ ອາບການິດສະຖານ ເຮັດໃຫ້ນັບສິບໆຄົນຖືກເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ເຫດແຜ່ນດິນໄຫວມີແຮງສັ່ນສະເທືອນ 6,3 ຣິດເຕີ ແລະ ບັນດາເຫດແຜ່ນດິນໄຫວ ເກີດຂຶ້ນຫຼັງຈາກນັ້ນ ຢູ່ທາງພາກຕາເວັນຕົກ ອາບການິດສະຖານ, ຫ່າງຈາກນະຄອນ Herat 35 ກມ ໄປທາງທິດຕາເວັນຕົກສ່ຽງເໜືອ. 
ເຫດແຜ່ນດິນໄຫວຢ່າງລຽນຕິດຢູ່ ອາບການິດສະຖານ ເຮັດໃຫ້ນັບສິບໆຄົນຖືກເສຍຊີວິດ ແລະ ຮັບບາດເຈັບ  - ảnh 1ສະຖານທີ່ເກີດເຫດແຜ່ນດິນໄຫວ

ຢ່າງໜ້ອຍສຸດມີ 15 ຄົນເສຍຊີວິດ ແລະ ອີກ 78 ຄົນຖືກຮັບບາດເຈັບໃນເຫດພາຍຫຼັງບັນດາ ເຫດແຜ່ນດິນໄຫວເກີດຂຶ້ນຢ່າງລຽນຕິດ ຢູ່ທາງພາກຕາເວັນຕົກຂອງ ປະເທດ ອາບການິດສະຖານ. ຄາດວ່າ, ຈຳນວນຜູ້ເສຍຊີວິດອາດຈະມີຫຼາຍກ່ວາ ພາຍຫຼັງມີບົດລາຍງານກ່ຽວກັບເຫດດິນເຊາະເຈື່ອນ ແລະ ບັນດາຜູ້ປະສົບເຄາະຮ້າຍຖືກຕິດຄ້າງຢູ່ຊາກຫັກພັງຂອງບັນດາຕຶກອາຄານ.  

ເຫດແຜ່ນດິນໄຫວມີແຮງສັ່ນສະເທືອນ 6,3 ຣິດເຕີ ແລະ ບັນດາເຫດແຜ່ນດິນໄຫວ ເກີດຂຶ້ນຫຼັງຈາກນັ້ນ ຢູ່ທາງພາກຕາເວັນຕົກ ອາບການິດສະຖານ, ຫ່າງຈາກນະຄອນ Herat 35 ກມ ໄປທາງທິດຕາເວັນຕົກສ່ຽງເໜືອ. ບັນດາເຫດແຜ່ນດິນໄຫວ ເຮັດໃຫ້ແຂວງ Farah ແລະ Badghis ສັ່ນສະເທືອນ, ເຊິ່ງເປັນສະຖານທີ່ມີບົດລາຍງານຄວາມເສຍຫາຍກ່ຽວກັບເຮືອນຊານ ແຕ່ຍັງບໍ່ທັນມີ ການລາຍງານລະອຽດກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບເທື່ອ.

ຢູ່ ອາບການິດສະຖານ ໄດ້ເກີດເຫດແຜ່ນດິນໄຫວຢ່າງຕະຫຼອດ ເດືອນ ມິຖຸນາ 2022, ເຫດແຜ່ນດິນໄຫວມີແຮງສັ່ນເທືອນ 5,9 ຣິດເຕີ ໄດ້ກໍ່ຄວາມບາດເຈັບລົ້ມຕາຍຫຼາຍທີ່ສຸດຢູ່ ອາບການິດສະຖານ ໃນຮອບເວລາ ເກືອບ 25 ປີຜ່ານມາ, ໄດ້ເຮັດໃຫ້ແຂວງ Paktika ສັ່ນສະເທືອນ, ມີກ່ວາ 1.000 ຄົນເສຍຊີວິດ ແລະ ນັບໝື່ນຄົນຖືກສູນເສຍເຮືອນຊານບ່ອນຢູ່. ເດືອນ ມີນາ 2023, ມີຊາບ ອາບການິດສະຖານ ແລະ ປາກິດສະຖານ 13 ຄົນເສຍຊີວິດໃນເຫດແຜ່ນດິນໄຫວມີແຮງສັ່ນເທືອນ 6,5 ຣິດເຕີ ເກີດຂຶ້ນຢູ່ ເຂດ Jurm, ທາງທິດຕາເວັນອອກພາກເໜືອຂອງ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ