ເຫັນດີເປັນເອກະພາບແຜນຮ່າງປ່ອນບັດໄວ້ວາງໃຈ ສຳລັບບັນດາຜູ້ຮັກສາຕຳແໜ່ງ

ເຫັນດີເປັນເອກະພາບແຜນຮ່າງປ່ອນບັດໄວ້ວາງໃຈ ສຳລັບບັນດາຜູ້ຮັກສາຕຳແໜ່ງ  - ảnh 1
ທ່ານ ຮອງປະທານສະພາແຫ່ງຊາດ Uong Chu Luu ກ່າວຄຳເຫັນທີ່ກອງປະຊຸມ

(vovworld) - ​ເພື່ອ​ແນ​ໃສ່​ສ້າງ​ສຳ​ເລັດ​ແຜນ​ຮ່າງ: “ຂັ້ນ​ຕອນ, ລະ​ບຽບການ, ຮູບ​ແບບ​ປະຕິບັດ​ການ ປ່ອນ​ບັດ​ໄວ້​ວາງ​ໃຈ ສຳລັບ​ບັນດາ​ຜູ້​ຮັກສາ​ຕຳ​ແໜ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ​ໃຫ້​ສັດຕະຍາບັນ”, ຕອນ​ບ່າຍ​ວັນ​ທີ 11/6, ບັນດາ​ສະມາຊິກ​ໃນ​ໜ່ວຍຮຽບຮຽງ​ແຜນ​ຮ່າງ ​ໄດ້​ຈັດ​ກອງ​ປະຊຸມ, ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາ​ສະມາ​ຊິກ ​ເພື​່ອ​ເປັນ​ເອກະພາບ​ກັນ​ໃນ​ການ​ກຳນົດ​ທິດ, ວາງ​ແຜນ​ການສ້າງ​ແຜນ​ຮ່າງ​ນີ້. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Uong Chu Luu ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ຈັດ​ຕັ້ງ ​ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ຮັກສາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ເລືອກ​ຕັ້ງ ​ແລະ ​ໃຫ້​ສັດຕະຍາບັນ ​ແມ່ນ​ທັດສະນະ​ຊີ້​ນຳ​ມີ​ຄວາມ​ໝາຍ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ ​ໃນ​ການ​ປະຕິບັດ​ນະ​ໂບຍາຍ​ພະນັກງານ, ພ້ອມ​ທັງ​ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ ກ່ຽວ​ກັບ​ການ​ປ່ອນບັດ​ໄວ້​ວາງ​ໃຈ​ໃນ​​ໄລຍະ​ຈະ​ມາ​ເຖິງ.  ບັນຫາ​ນີ້ ກໍ​ແມ່ນ​ເນືອ​ໃນ​ສຳຄັນ​ໃນ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​​ແປງໃໝ່, ຍົກສູງ​ຄຸນ​ນະພາ​ບ, ປະສິດ​ທິຜົນ​ການ​ເຄື່ອນ​ໄຫວ​ຂອງ ສະພາ​ແຫ່ງ​ຊາດ. ທີ່​ກອງ​ປະຊຸມ, ບັນດາ​ນັກ​ຊ່ຽວຊານ, ນັກ​ຄຸ້ມ​ຄອງ ສະມາຊິກ​ຂອງ​ໜ່ວຍ​ຮຽບຮຽງ ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ບັນຫາ​ຕົ້ນຕໍ​ຂອງ​ແຜນ​ຮ່າງ​ຄື: ຂອບ​​ເຂດການ​ຄົ້ນ​ຄ້ວາ, ຈຸດປະສົງ, ຄວາມ​ໝາຍ​ຂອງ​ການປ່ອນ​ບັດ​ໄວ້​ວາງ​ໃຈ, ຂອບ​ເຂດ, ​ເປົ້າ​ໝາຍ​ທີ່​ຕ້ອງ​ມີ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​, ​ເວລາ​ຈັດ​ຕັ້ງ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ, ມາດຖານ ​ແລະ ​ເນື້ອ​ໃນ​ການ​ຕີ​ລາຄາ, ສະ​ແດງ​​ໃຫ້​ເຫັນ​ຄວາມ​ໄວ​້ວາງ​ໃຈ, ຂັ້ນ​ຕອນ, ລະບຽບ​ການ​ຈັດ​ຕັ້ງ​ການປ່ອນ​ບັດ​ໄວ້​ວາງ​ໃຈ​.​.​.​

ຂ່າວ/ບົດ​ອື່ນ