ເຫຼົ່າທັບເຮືອ ຫວຽດນາມ - ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດປ້ອງກັນຊາດ

(VOVWORLD) - ຕອນເຊົ້າວັນທີ 20 ກຸມພາ, ທີ່ຮ່າໂນ້ຍ, ກອງບັນຊາການກອງທັບເຣືອປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບບັນດາອົງການສື່ມວນຊົນເນື່ອງໃນໂອກາດຕົ້ນລະດູບານໃໝ່ປີກຸນ 2019.

   ປີ 2018, ພະນັກງານ, ນັກຮົບກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ໂດຍປະເທດຊາດມອບໝາຍໃຫ້. ພ້ອມທັງ ຜັນຂະຫຍາຍ ແລະ ສຳເລັດໜ້າທີ່ຊອກຄົ້ນຫາ, ກູ້ໄພກູ້ຊີບ, ປິ່ນປົວ ແລະ ຊ່ວຍເຫຼືອຊາວປະມົງຢູ່ບັນດາເຂດທະເລໝູ່ເກາະຫ່າງໄກຈາກຝັ່ງທະເລ. ກ່ຽວກັບວຽກງານພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ, ປີ 2018, ກອງທັບເຮືອ ຫວຽດນາມ ໄດ້ຕັ້ງໜ້າປັບປຸງການພົວພັນມິດຕະພາບ, ການຮ່ວມມື 2 ຝ່າຍ, ຫລາຍຝ່າຍກັບກອງທັບເຮືອບັນດາປະເທດ ອາຊຽນ, ບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືທີ່ເປັນມູນເຊື້ອ. ພົນເຮືອຕີ ຟ້າມວັນລ້ວຽນ, ຮອງຫົວໜ້າການເມືອງເຫຼົ່າທັບເຮືອປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ:

        ປີນີ້, ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ມີແຜນຮ່າງກະກຽມບັນດາເນື້ອໃນໃຫ້ປີ 2020 ເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ. ກອງທັບເຮືອ ຈະກະກຽມຈັດຕັ້ງບັນດາກອງປະຊຸມກັບກອງທັບເຮືອບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ