ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ ຕີລາຄາວ່າ ຫວຽດນາມ ແມ່ນຂົວເຊື່ອມຕໍ່ໃນການເຂົ້າເຖິງ ອາຊຽນ

(VOVWORLD) -ຫວຽດນາມ ມີລະດັບເຕີບໂຕເສດຖະກິດສະເລ່ຍ 6-7% ໃນຮອບເວລາ 30 ປີຜ່ານມາ, ແມ່ນຈຸດນັດພົບໃຫ້ແກ່ການສົ່ງອອກຂອງ ອີຕາລີ.
ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ ຕີລາຄາວ່າ ຫວຽດນາມ ແມ່ນຂົວເຊື່ອມຕໍ່ໃນການເຂົ້າເຖິງ ອາຊຽນ - ảnh 1ທ່ານເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ Antonio Alessandro
(ພາບ: VGP)

ວັນທີ 21 ທັນວາ, ສຳນັກຂ່າວສານ ANSA ໄດ້ຄັດຄຳເວົ້າຂອງທ່ານເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ Antonio Alessandro ໂດຍຢັ້ງຢືນວ່າ, ຫວຽດນາມ ແມ່ນປະເທດນຳມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່  ອີຕາລີ ແລະ ແມ່ນຂົວເຊື່ອມຕໍ່ໃນການເຂົ້າເຖິງຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້.

        ທ່ານເອກອັກຄະລັດຖະທູດ Antonio Alessandro ໄດ້ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ມີລະດັບເຕີບໂຕເສດຖະກິດສະເລ່ຍ 6-7% ໃນຮອບເວລາ 30 ປີຜ່ານມາ, ແມ່ນຈຸດນັດພົບໃຫ້ແກ່ການສົ່ງອອກຂອງ ອີຕາລີ. ຫວຽດນາມ ກໍ່ພວມຢູ່ໃນວິວັດທະນາການຟື້ນຟູຢ່າງຮອບດ້ານ ແລະ ແມ່ນຮາກຖານຜະລິດໃຫ້ບັນດາບ້ວງເງິນລົງທຶນຂອງ ອີຕາລີ, ພ້ອມທັງສວມບົດບາດເປັນຂົວເຊື່ອມຕໍ່ມຸ່ງໄປສູ່ສ່ວນທີ່ຍັງເຫຼືອຂອງ ອາຊຽນ. ທ່ານ Antonio Alessandro ຢືນຢັນວ່າ, ຮູບແບບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໄດ້ນຳມາເຊິ່ງສະຖຽນລະພາບທີ່ດີໃຫ້ແກ່ວິສາຫະກິດ ແລະ ບັນດາວິສາຫະກິດຂອງ ອີຕາລີ ກໍ່ຕີລາຄາສູງຕໍ່ສິ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ