ເອກອັກຄະລັດຖະທູດອັງກິດປະຈຳອີຢູຖະແຫຼງລາອອກຈາກຕຳແໜ່ງກ່ອນທີ່ດຳເນີນການເຈລະຈາBrexit

ເອກອັກຄະລັດຖະທູດອັງກິດປະຈຳອີຢູຖະແຫຼງລາອອກຈາກຕຳແໜ່ງກ່ອນທີ່ດຳເນີນການເຈລະຈາBrexit - ảnh 1
ທ່ານ Ivan Rogers ​ເອກ​ອັກຄະ​ລັດ​ຖະທູດ
ອັງກິດ​ ປະຈຳ ສະ​ຫະພາບ​
(ພາບ: EPA/ TTXVN)

(vovworld) - ​ ທ່ານ Ivan Rogers ​ເອກ​ອັກຄະ​ລັດ​ຖະທູດ ອັງກິດ​ ປະຈຳ ສະ​ຫະພາບ​ ​ເອີ​ລົບ (ອີ​ຢູ) ຫາ​ກໍ​່ປະກາດລາ​ອອກ​ຈາກ​ຕຳ​ແໜ່​ງກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ເລື່ອງຖອນ​ອອກ​ຈາ​ກ ອີ​ຢູ (Brexit). ສາຍ​ເຫດ​ຕົ້ນຕໍພາ​ໄປ​ເຖິງການ​ຕັດສິນຕົກສະ​ເງີ້​ດັ່ງກ່າວ ອາດ​ຈະ​ເລີ່​ມຕົ້ນ​ມາ​ຈາກ​ບັນດາ​ການ​ຂັດ​ແຍ້​ງກັນ, ຄວາມ​ເຄັ່ງ​ຕຶງລະຫວ່າງທ່ານ Ivan Rogers ກັບ​ບາງ​ສະມາຊິກ​ໃນຄະນະ​ລັດຖະບານ​ກ່ຽວ​ກັບ​ວິວັດທະນາ​ການ Brexit. ລັດຖະບານ ອັງກິດ ຄາດ​ຄະ​ເນ​ວ່າ ຈະ​ເລີ່​ມ​ປະຕິບັດ​ຕາມ​ມາດຕາ 50 ຂອງ​ສົນທິສັນຍາ Lisbon ​ໃນ​ທ້າຍ​ເດືອນ 03/2017 ​ເພື່ອ​​ເລີ່ມດຳ​ເນີນ​ວິວັດທະນາ​ການ​ເຈລະຈາ Brexit ກັບ ອີ​ຢູ ຢ່າງ​ເປັນ​ທາງ​ການ.  ​ແລະ ທ່ານ Rogers ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ມີ​ບົດບາດ​ສຳຄັນ​ໃນ​ວິວັດທະນາ​ການ​ດັ່ງກ່າວ, ​ເພາະ​ທ່ານ ເປັນ​ນັກ​ເຈລະຈາທີ່​ມີ​ປະສົບ​ການ ​ແລະ ມີ​ຄວາມ​ເຂົ້າ​ໃຈດີທີ່​ສຸດ​ກ່ຽວ​ກັບ ອີ​ຢູ.

 

 

 

ຂ່າວ/ບົດ​ອື່ນ