ເອກອັກຄະລັດຖະທູດອາເມລິກາຄົນໃຫມ່ປາດຖະຫນາຢາກຊຸກຍູ້ການພົວພັນລະຫວ່າງຫວຽດນາມແລະອາເມລິກາ

ເອກອັກຄະລັດຖະທູດອາເມລິກາຄົນໃຫມ່ປາດຖະຫນາຢາກຊຸກຍູ້ການພົວພັນລະຫວ່າງຫວຽດນາມແລະອາເມລິກາ - ảnh 1
ທ່ານ​ Ted Osius, ເອກ​ອັກ​ຄະ​ລັດ​ຖະ​ທູດ​​ຄົນ​ໃຫມ່​​ຂອງ
ອາ​ເມ​ລິ​ກາປະ​ຈຳ​ຫວຽດ​ນາມ
ພ​າບ:danviet.vn
(vovworld)-​ ​ ​​​ວັນ​ທີ 2/12, ​ກ່າວ​ຄຳ​ເຫັນ​ກ່ອນ​ທີ່ເລີ່ມ​ຕົ້ນ​ອາ​ຍຸ​ການ​ໃຫມ່,  ທ່ານ​ Ted Osius, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ​ຄົນ​ໃຫມ່​ຂອງ ອາ​ເມ​ລິ​ກາ  ໄດ້​ສົ່ງ​ຄຳ​ສະ​ບາຍ​ດີ​ດ້ວຍ​ພາ​ສາ​ຫວຽດ ແລະ ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ Ted Osius ຖື​ວ່າ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ. ທ່ານ ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ນີ້ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ, ເປັນ​ຕົ້ນ​ເມື່ອ​ສອງ​ປ​ະ​ເທດ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ພວມ​ມຸ່ງ​ໄປ​ສູ່​ການ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປ​ະ​ເທດ​ໃນ​ປີ​ຫນ້າ.

        “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ B. Obama ແຕ່ງ​ຕັ້ງ​ຂ້າ​ພະ​ເຈົ້າ​ເປັນ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ຄົນ​ໃຫມ່ ປ​ະ​ຈຳ​ຫວຽດ​ນາມ ໄດ້​ເຮັດ​ໃຫ້​ຄວາມ​ໄຝ່​ຝັນ​ຂອງ​ຂ້າ​ພະ​ເຈົ້າ​ກາຍ​ເປັ​ນ​ຄວາມ​ຈິງ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ ຢາກ​ຊຸກ​ຍູ​້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ດ້ວຍ​ການ​ເພີ່ມ​ທະ​ວີ​ບັນ​ດາ​ລາຍ​ການ​ແລກ​ປ່ຽນ​ນັກ​ສຶກ​ສາ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ ແລະ ອະ​ນຸ​ລັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ.”

 

ຂ່າວ/ບົດ​ອື່ນ