ເອ​ຢິບ ຢັ້ງ​ຢືນກ​ຽມ​ພ້ອມ​ການ​ໜູນ​ຊ່ວຍ​​ຊຸກ​ຍູ້ AfCFTA

(VOVWORLD) -ຖະແຫຼງການຂອງການນຳ ເອຢິບ ໄດ້ຍົກອອກມາໃນຂອບເຂດການຕ້ອນຮັບທ່ານ Wamkele Mene ເລຂາທິການໃຫຍ່  AfCFTA ທີ່ພວມຢ້ຽມຢາມ ກາຍໂຣ ເພື່ອແນໃສ່ແລກປ່ຽນກ່ຽວກັບຂໍ້ຕົກລົງທາງການຄ້າ ທີ່ມີຄວາມສາມາດບົ່ມຊ້ອນນີ້.
ເອ​ຢິບ ຢັ້ງ​ຢືນກ​ຽມ​ພ້ອມ​ການ​ໜູນ​ຊ່ວຍ​​ຊຸກ​ຍູ້ AfCFTA - ảnh 1ພາບປະກອບ: THX/TTXVN

ວັນທີ 17 ມັງກອນ, ທ່ານ ປະທານາທິບໍດີ ເອຢິບ Abdel-Fattah El-Sisi  ໄດ້ຢັ້ງຢືນວ່າ ເອຢິບກຽມພ້ອມການໜູນຊ່ວຍດ້ານວິຊາສະເພາະ ເພື່ອຊ່ວຍຊຸກຍູ້ເຂດການຄ້າເສລີ ທະວີບອາບຟຼິກກາ  (AfCFTA). ຖະແຫຼງການຂອງການນຳ ເອຢິບ ໄດ້ຍົກອອກມາໃນຂອບເຂດການຕ້ອນຮັບທ່ານ Wamkele Mene ເລຂາທິການໃຫຍ່  AfCFTA ທີ່ພວມຢ້ຽມຢາມ ກາຍໂຣ ເພື່ອແນໃສ່ແລກປ່ຽນກ່ຽວກັບຂໍ້ຕົກລົງທາງການຄ້າ ທີ່ມີຄວາມສາມາດບົ່ມຊ້ອນນີ້.

ບັນດາປະເທດ ອາບຟຼິກກາ ໄດ້ເລີ່ມປະຕິບັດ ສັນຍາ AfCFTA ຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ 2021, ພາຍຫຼັງຖືກຢຸດສະງັກມາເປັນເວລາຫຼາຍເດືອນຍ້ອນໂລກລະບາດໂຄວິດ - 19. ຕາມ ສະຫະພາບ ອາບຟຼິກກາ (AU) ແລ້ວ, ເມື່ອເຂົ້າຮ່ວມການເຄື່ອນໄຫວຢ່າງຄົບຖ້ວນ, AfCFTA ຈະແມ່ນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ, ທີ່ມີຈຳນວນປະຊາກອນ 1,3 ຕື້ຄົນ ແລະ ຍອດມູນຄ່າຜະລິດຕະພັນພາຍໃນປະເທດ (GDP) ຂຶ້ນເຖິງ 3.400 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ