ເອ​ຢິບ ຢັ້ງ​ຢືນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ ຢູ່​ຄອງ​ເໝືອງ Suez

(VOVWORLD) -ໃນຖະແຫຼງການສື່ມວນຊົນ, SCA ໃຫ້ຮູ້ວ່າ ອົງການນີ້ ໄດ້ປະຕິບັດບັນດາມາດຕະການເປັນເຈົ້າການເພື່ອຮັບປະກັນຄວາມປອດໄພໃນການເດີນເຮືອຢູ່ລະດັບສູງທີ່ສຸດ.
ເອ​ຢິບ ຢັ້ງ​ຢືນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ ຢູ່​ຄອງ​ເໝືອງ Suez  - ảnh 1ກ່ຳປັ່ນພວມເດີນຜ່ານຄອງເໝືອງ Suez (ພາບ: THX/TTXVN)

ອົງການຄຸ້ມຄອງບໍລິຫານຄອງເໝືອງ Suez (SCA) ໃນວັນທີ 5 ເມສາ ໄດ້ຢັງຢືນວ່າ ຄົມມະນາຄົມການເດີນເຮືອ ຢູ່ ຄອງເໝືອງນີ້ ມີຄວາມປອດໄພໂດຍ ຮັບປະກັນຄວາມໝັ້ນຄົງຢ່າງຮອບດ້ານຈາກບັນດາກຳລັງປະກອບອາວຸດຂອງ ເອຢິບ ແລະ ບັນດາໜ່ວຍງານຂອງ ຄອງເໝືອງ Suez . ໃນຖະແຫຼງການສື່ມວນຊົນ, SCA ໃຫ້ຮູ້ວ່າ ອົງການນີ້ ໄດ້ປະຕິບັດບັນດາມາດຕະການເປັນເຈົ້າການເພື່ອຮັບປະກັນຄວາມປອດໄພໃນການເດີນເຮືອຢູ່ລະດັບສູງທີ່ສຸດ.

ໂດຍກ່ຽວຂ້ອງເຖິງ ເຫດກ່ຳປັ່ນ container Ever Given ຖືກຕິດຂ້າງໃນຄອງເໝືອງ Suez, SCA ໄດ້ແກ້ໄຂເຫດການໃນຄວາມສາມາດຂອງຕົນ, ລະດົມບັນດາກ່ຳປັ່ນ ຂຸດດິນ ແລະ ກ່ຳປັ່ນດຶງ, ກໍ່ຄືພະນັກງານ 600 ຄົນທີ່ເຂົ້າຮ່ວມການກຸເອົາ. ປັດຈຸບັນ, ການຄົມມະນາຄົມຢູ່ ຄອງເໝືອງ Suez ໄດ້ກັບຄືນສູ່ສະພາບທີ່ເປັນປົກກະຕິແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ