ເອີລົບ ຢາກຫລຸດຜ່ອນຄວາມສ່ຽງໃນການພົວພັນກັບຈີນໃນລະດັບສູງສຸດ

(VOVWORLD) - ທ່ານ Thierry Breton ໃຫ້ຮູ້ວ່າ: ການຢ້ຽມຢາມ ຈີນ ແຕ່ວັນທີ 5 – 8 ເມສາ ຂອງທ່ານ Emmanuel Macron, ປະທານາທິບໍດີ ຝລັ່ງ ແລະ ທ່ານນາງ Usurla Von der Layen ປະທານຄະນະກຳມະການເອີລົບ
ເອີລົບ ຢາກຫລຸດຜ່ອນຄວາມສ່ຽງໃນການພົວພັນກັບຈີນໃນລະດັບສູງສຸດ - ảnh 1ທ່ານ Thierry Breton, ກຳມະການຮັບຜິດຊອບຕະຫຼາດພາຍໃນເອີລົບ
(ພາບ:AFP/TTXVN)

ກ່ອນການຢ້ຽມຢາມ ຈີນ ຂອງປະທານາທິບໍດີ ຝລັ່ງ ແລະ ປະທານຄະນະກຳມະການເອີລົບ (EC), ວັນທີ 3 ເມສາ, ທ່ານ Thierry Breton, ກຳມະການຮັບຜິດຊອບຕະຫຼາດພາຍໃນເອີລົບ ໄດ້ຢັ້ງຢືນວ່າ: ຈີນ ແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ ແລະ ກໍ່ແມ່ນຄູ່ແຂ່ງມີລັກສະນະລະບົບຂອງ ສະຫະພາບເອີລົບ (EU). EU ໄດ້ກຳນົດເສັ້ນຂີດຂັ້ນກັບ ຈີນ ໃນວິກິດການ ຢູແກຼນ ແລະ ບໍ່ຢາກໃຫ້ການພົວພັນລະຫວ່າງສອງຝ່າຍຕົກເຂົ້າສູ່ສະພາບອັນຕະລາຍ. ທ່ານ Thierry Breton ໃຫ້ຮູ້ວ່າ: ການຢ້ຽມຢາມ ຈີນ ແຕ່ວັນທີ 5 – 8 ເມສາ ຂອງທ່ານ Emmanuel Macron, ປະທານາທິບໍດີ ຝລັ່ງ ແລະ ທ່ານນາງ Usurla Von der Layen ປະທານຄະນະກຳມະການເອີລົບ (EC) ພ້ອມກັບວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ຝລັ່ງ ໄດ້ສົ່ງສານເຖິງ ຈີນ ທີ່ວ່າ: ເອີລົບ ຍັງຄົງສືບຕໍ່ແມ່ນພື້ນຖານເສດຖະກິດໃຫຍ່. ຈີນ ແມ່ນຕະຫຼາດຈຳໜ່າຍໃຫຍ່ຂອງ EU ແລະ ກົງກັນຂ້າມ, EU ກໍ່ແມ່ນຕະຫຼາດສຳຄັນຂອງ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ