ເອີ​ລົບ ເສຍ​ຫ​ວັງ​ເພ​າ​ະ​ຄວາມ​ສ່ຽງ​ທີ່​ຂໍ້​ຕົກ​ລົງ​ນິວ​ເຄຼຍອີ​ຣານ ຖືກລົ້ມລະລາຍ

(VOVWORLD) - ຖ້າຫາກ ອີຣານ ຖອນຕົວອອກຈາກຂໍ້ຕົກລົງນີ້ຈະກໍ່ “ການຖືກຕົກຢູ່ໃນທ່າໂດດດ່ຽວຈາກສາກົນ”
ເອີ​ລົບ ເສຍ​ຫ​ວັງ​ເພ​າ​ະ​ຄວາມ​ສ່ຽງ​ທີ່​ຂໍ້​ຕົກ​ລົງ​ນິວ​ເຄຼຍອີ​ຣານ ຖືກລົ້ມລະລາຍ - ảnh 1ທ່ານ ລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas (ພາບ: tehrantimes.com)

        ວັນທີ 11 ມິຖຸນາ, ລັດຖະມົນຕີການຕ່າງປະເທດ ຂອງສອງປະເທດ ເຢຍລະມັນ ແລະ ຊູແອັດ ໄດ້ສະແດງຄວາມເສຍຫວັງຕໍ່ໂອກາດທີ່ຈະລົ້ມລະລາຍຂອງຂໍ້ຕົກລົງນິວເຄຼຍ ອີຣານ, ກ່າວເຕືອນ ເຕເຮຣານ ວ່າ ຖ້າຫາກປະເທດສາທາລະນະລັດອິດສະລາມຖອນຕົວອອກຈາກຂໍ້ຕົກລົງນີ້ຈະກໍ່ “ການຖືກຕົກຢູ່ໃນທ່າໂດດດ່ຽວຈາກສາກົນ”, ພ້ອມທັງຕຳໜິຕິຕຽນ ອາເມລິກາໄດ້ທຳລາຍບັນດາຄວາມມານະພະຍາຍາມທາງການທູດໃນຕະຫຼອດ 10 ປີ ທີ່ຜ່ານມາ. ກ່າວຄຳເຫັນທີ່ກອງປະຊຸມຫຼຸດຜ່ອນກຳລັງອາວຸດແລະ ການທະຫານ ຢູ່ Stockholm, ທ່ານ ລັດຖະມົນຕີການຕ່າງປະເທດ ຊູແອດ Margot Wallstrom ຖືວ່າ ເລື່ອງ ວໍຊິງຕັນຖອນຕົວອອກຈາກຂໍ້ຕົກລົງ ປີ 2015 ແມ່ນ ການຝືນຄຸນປະໂຫຍດ ທີ່ສຸດ, ບໍ່ພຽງແຕ່ກໍ່ຄວາມນາບຂູ່ຕໍ່ຂໍ້ຕົກລົງສະບັບນີ້ເທົ່ານັ້ນ, ຫາກຍັງກໍ່ຄວາມນາບຂູ່ຕໍ່ຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດມະຫາອຳນາດໃນໂລກ ໃນການເຈລະຈາກັບ ສປປ.ເກົາຫຼີອີດດ້ວຍ.

        ທ່ານ ລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ໄດ້ກ່າວເຕືອນວ່າ ການລົ້ມລະລາຍຂອງຂໍ້ຕົກລົງນິວເຄຼຍ ອີຣານ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ ເອີລົບ ແລະ ເຕເຮຣານ, ຖ້າຫາກວ່າ ອີຣານ ຖອນຕົວອອກຈາກຂໍ້ຕົກລົງນີ້, ສະພາບການຈະກັບຄືນສູ່ໄລຍະກ່ອນທີ່ຈະບັນລຸໄດ້ຂໍ້ຕົກລົງ, ໃນນັ້ນມີບັນດາຄຳສັ່ງລົງໂທດທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ