ເອີ​ລົບ​ພວມ​ກາຍ​ເປັນ​ຈຸດ​ໃຈ​ກາງ​ການ​ລະ​ບາດພະ​ຍາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ໃນສະພາບການເອີລົບພວມກາຍເປັນຈຸດໃຈກາງການລະບາດພະຍາດໂຄວິດ - 19 ຂອງ ໂລກ, ເມື່ອມີຈຳນວນຜູ້ຕິດເຊື້ອຢູ່ພາກພື້ນ ເອີລົບກາງ ແລະ ເອີລົບຕາເວັນອອກ ລ້ວນແຕ່ເພີ່ມຂຶ້ນຢ່າງແຮງ, ມີຫຼາຍປະເທດໄດ້ຢັ້ງຢືນຕົວເລກຜູ້ຕິດເຊື້ອ ສູງທີ່ສຸດໃນວັນ.
ເອີ​ລົບ​ພວມ​ກາຍ​ເປັນ​ຈຸດ​ໃຈ​ກາງ​ການ​ລະ​ບາດພະ​ຍາດ​ໂຄວິດ - 19 ໃນ​ໂລກ - ảnh 1ພາບປະກອບ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 25 ພະຈິກ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 259,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5,2 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດມີຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼາຍທີ່ສຸດໃນໂລກ ດ້ວຍ ຜູ້ເສຍຊີວິດ ກ່ວາ 798.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນສະພາບການເອີລົບພວມກາຍເປັນຈຸດໃຈກາງການລະບາດພະຍາດໂຄວິດ - 19 ຂອງ ໂລກ, ເມື່ອມີຈຳນວນຜູ້ຕິດເຊື້ອຢູ່ພາກພື້ນ ເອີລົບກາງ ແລະ ເອີລົບຕາເວັນອອກ ລ້ວນແຕ່ເພີ່ມຂຶ້ນຢ່າງແຮງ, ມີຫຼາຍປະເທດໄດ້ຢັ້ງຢືນຕົວເລກຜູ້ຕິດເຊື້ອ ສູງທີ່ສຸດໃນວັນ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 24 ພະຈິກ ຫາເວລາ 16 ໂມງຂອງວັນທີ 25 ພະຈິກ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 12.450 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1.168.228 ຄົນ, ໃນນັ້ນມີ 942.888 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ