ເອີລົບພວມປະເຊີນໜ້າກັບສະພາບການປ້ອງກັນຄວາມສະຫງົບໃໝ່

ເອີລົບພວມປະເຊີນໜ້າກັບສະພາບການປ້ອງກັນຄວາມສະຫງົບໃໝ່ - ảnh 1
ທ່ານ Charles Michel ນາ​ຍົ​ກ​ລັດ​ຖະ​ມົນ​ຕີແບນ​ຊິກ 
(ພາບ: AFP/TTXVN)


(vovworld)- ທ່ານ Charles Michel ນາ​ຍົ​ກ​ລັດ​ຖະ​ມົນ​ຕີແບນ​ຊິກ ໃຫ້​ຮູ້​ວ່າ: ປະ​ເທດນີ້​ພວມ​ຕ້​ອງ​ປະ​ເຊີນ​ໜ້າ​ ກັບ​ສະ​ພາບການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​​ໃໝ່, ພິ​ເສດ​ແມ່ນ​ພາຍຫຼັງ​ບັນ​ດາ​ການ​ບຸກ​ໂຈມ​ຕີ ກໍ່​ການ​ຮ້າຍ ໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ:  ນີ້ກໍ່​ແມ່ນ​ບັນ​ຫາ​ທີ່​ທົ່ວ​ເອີ​ລົບ​ ພວມ​ປະ​ເຊີນໜ້າ. ວັນ​ທີ 7/8, ກ່າວ​ຄວາ​ມເຫັນ​ກັບ​​ວົງ​ການນັກ​ຂ່າວ ຢູ່​ນະ​ຄອນຫຼວງ Brussels, ທ່ານ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ Charles Michel ເນັ້ນ​ໜັກ​ວ່າ: ​ໄພ​​ອັນ​ຕະ​ລາຍ​ຕໍ່​ການ​ປ້ອງກັນຄວາມ​ສະ​ຫງົບ​ໃໝ່ ໄດ້​ ແລະ ພວມ​ນາບ​ຂູ່​ທົ່ວ​ເອີ​ລົບ ແລະ ນີ້ກໍ່​ບໍ່​ພຽງ​ແຕ່ແມ່ນ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​​ສະ​ເພາະແບນ​ຊິກ ເທົ່າ​ນັ້ນ. ທ່ານ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ Charles Michel ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ກຳ​ລັງ​ຕຳຫຼວດ ທີ່​ຮັບ​ມື​ກັບ​ການ​ບຸກ​ໂຈມ​ຕີ​ດ້ວຍມີດ ຢູ່ Charleroi ຢ່າງ​ທັນ​ການ ​ກ່ອນ​ໜ້ານັ້ນໜຶ່ງວັນ ​ ເຮັດ​ໃຫ້ຕຳຫຼວດ​ຍິງ​ສອງ​ຄ​ົນ​ໄດ້​ຮັບ​ບາດ​ເຈັບ. ເປົ້າ​ໝາຍນີ້ໄດ້ຖືກ​ຍິງ​ຕາຍ​ໂດຍ​ທັນ​ທີ. ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດ​ແບນ​ຊິກ ໃຫ້​ຮູ້​ວ່າ: ​ບຸກ​ຄົນ​ບຸກ​ໂຈມ​ຕີເປັນ​​ຊາວ​ອານ​ເຊ​ຣີ, ​ໄດ້​ມາ​​ແບນ​ຊິກ​ ແຕ່​ປີ 2012. ອົງ​ການລັດອິ​ດ​ສະ​ລາມ (IS) ຫຼັງ​ຈາກ​ນັ້ນໄດ້​​ຍອມ​ຮັບ​ວ່າແມ່ນ​ຢືນ ​ຢູ່​ເບື້ອງຫຼັງ​ການ​ບຸກ​ໂຈມ​ຕີນີ້. ປັດ​ຈຸ​ບັນ​ຕຳຫຼວດ​ແບນ​ຊິກ ​ພວມ​ດຳ​ເນ​ີນ​ການ​​ສືບ​ສວນ ເພື່​ອ​ຢັ້ງ​ຢືນ​ເວ​ບິ່ງວ່າ: ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ ກໍ່​ການ​ຮ້າຍ ຫຼື ບໍ່?

(vovworld)- ທ່ານ Charles Michel ນາ​ຍົ​ກ​ລັດ​ຖະ​ມົນ​ຕີແບນ​ຊິກ ໃຫ້​ຮູ້​ວ່າ: ປະ​ເທດນີ້​ພວມ​ຕ້​ອງ​ປະ​ເຊີນ​ໜ້າ​ ກັບ​ສະ​ພາບການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​​ໃໝ່, ພິ​ເສດ​ແມ່ນ​ພາຍຫຼັງ​ບັນ​ດາ​ການ​ບຸກ​ໂຈມ​ຕີ ກໍ່​ການ​ຮ້າຍ ໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ:  ນີ້ກໍ່​ແມ່ນ​ບັນ​ຫາ​ທີ່​ທົ່ວ​ເອີ​ລົບ​ ພວມ​ປະ​ເຊີນໜ້າ. ວັນ​ທີ 7/8, ກ່າວ​ຄວາ​ມເຫັນ​ກັບ​​ວົງ​ການນັກ​ຂ່າວ ຢູ່​ນະ​ຄອນຫຼວງ Brussels, ທ່ານ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ Charles Michel ເນັ້ນ​ໜັກ​ວ່າ: ​ໄພ​​ອັນ​ຕະ​ລາຍ​ຕໍ່​ການ​ປ້ອງກ​ກັນຄວາມ​ສະ​ຫງົບ​ໃໝ່ ໄດ້​ ແລະ ພວມ​ນາບ​ຂູ່​ທົ່ວ​ເອີ​ລົບ ແລະ ນີ້ກໍ່​ບໍ່​ພຽງ​ແຕ່ແມ່ນ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​​ສະ​ເພາະແບນ​ຊິກ ເທົ່າ​ນັ້ນ. ທ່ານ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ Charles Michel ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ກຳ​ລັງ​ຕຳຫຼວດ ທີ່​ຮັບ​ມື​ກັບ​ການ​ບຸກ​ໂຈມ​ຕີ​ດ້ວຍມີດ ຢູ່ Charleroi ຢ່າງ​ທັນ​ການ ​ກ່ອນ​ໜ້ານັ້ນໜຶ່ງວັນ ​ ເຮັດ​ໃຫ້ຕຳຫຼວດ​ຍິງ​ສອງ​ຄ​ົນ​ໄດ້​ຮັບ​ບາດ​ເຈັບ. ເປົ້າ​ໝາຍນີ້ໄດ້ຖືກ​ຍິງ​ຕາຍ​ໂດຍ​ທັນ​ທີ. ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດ​ແບນ​ຊິກ ໃຫ້​ຮູ້​ວ່າ: ​ບຸກ​ຄົນ​ບຸກ​ໂຈມ​ຕີເປັນ​​ຊາວ​ອານ​ເຊ​ຣີ, ​ໄດ້​ມາ​​ແບນ​ຊິກ​ ແຕ່​ປີ 2012. ອົງ​ການລັດອິ​ດ​ສະ​ລາມ (IS) ຫຼັງ​ຈາກ​ນັ້ນໄດ້​​ຍອມ​ຮັບ​ວ່າແມ່ນ​ຢືນ ​ຢູ່​ເບື້ອງຫຼັງ​ການ​ບຸກ​ໂຈມ​ຕີນີ້. ປັດ​ຈຸ​ບັນ​ຕຳຫຼວດ​ແບນ​ຊິກ ​ພວມ​ດຳ​ເນ​ີນ​ການ​​ສືບ​ສວນ ເພື່​ອ​ຢັ້ງ​ຢືນ​ເບິ່ງວ່າ: ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ ກໍ່​ການ​ຮ້າຍ ຫຼື ບໍ່?

ຂ່າວ/ບົດ​ອື່ນ