ເອົາໃຈໃສ່,ເບິງແຍງດູແລເຖິງທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດແລະຜູ້ມີຄຸນງານຄວາມດີຕໍ່ປະເທດຊາດ

ເອົາໃຈໃສ່,ເບິງແຍງດູແລເຖິງທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດແລະຜູ້ມີຄຸນງານຄວາມດີຕໍ່ປະເທດຊາດ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ເຂົ້າຮ່ວມ
ງານ​ພົບ​ປະ​ແລ​ກປ່ຽນ​ສິລະ​ປະ“ຄວາມ​ຫວັງ​ເຕົ້າ​​ໂຮ​ມ”)


​​(vovworld) – ງານ​ພົບ​ປະ​ແລ​ກປ່ຽນ​ສິລະ​ປະ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີມສະຫຼ​ອງ 68 ປີ​ແຫ່ງ​ວັນ​ທະຫານ​ເສຍອົງຄະ, ນັກຮົບ​​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ​ ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ຫວັງ​ເຕົ້າ​​ໂຮ​ມ”, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າວັນ​ທີ 27/07, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ພັກ, ລັດ ​ໄດ​້ມີ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫ້​ບຸລິ​ມະ​ສິດຫຼາຍຢ່າງສຳລັບ​ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ ​ແລະ ຖື​ວັນ​ທີ 27/07 ແຕ່​ລະ​ປີ​ແມ່ນ​ວັນ ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະຊີວີ​ດ​ເພື່ອ​ຊາດ ​ເພື່ອ​ຈົດ​ຈຳ, ​ເຊີດ​ຊູ​​ບຸນຄຸນ​ບັນດາ​ວິລະ​ຊົນນັກຮົບ​ທີ່​ເສຍສະຫຼະຊີວິດ​ເພື່ອ​ຊາດ, ທະຫານ​ເສຍອົງຄະ, ທະຫານ​ເຈັບ​ປ່ວຍ ​ແລະ ​ຜູ້ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຂັ້ນ, ຂະ​ແໜງການ, ທ້ອງ​ຖິ່ນ ຕ້ອງ​ປ​ະຕິ​ບັດ​ວຽກ​ງານທະຫານ​​ເສຍ​ອົງຄະ, ນັກຮົບ​​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ​ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ກວ່າ​ອີກ, ລະດົມ​ກຳລັງ​ໃຈ, ​ເບິ່ງ​ແຍ​ດູ​ແລ, ມີ​ການໜູນ​ຊ່ວຍ, ຊ່ວຍ​​ເຫຼືອຢ່າງ​ແທ​ດຈິງ ​ແລະ ມີ​ປະສິດທິ​ຜົນ​ໃຫ​້ບັນດາ​ຄອບຄົວ​ນະ​ໂຍບາຍ ທັງ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ… ພ້ອມ​ທັງ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງດູ​​ແລ, ສ້າງ​ເງື່ອນ​ໄຂ​ເພື່ອ​​ໃຫ້​ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບ​ຄົວ​ຜູ​້ມີ​ຄຸນງາມຄວາມດີ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ພັດທະນາ​ການ​ຜະລິດ, ປັບປຸງຊີວິດ​ການ​ເປັນ​ຢູ່ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ກິດ​ຈະ​ກຳ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດຢ່າງ​ຕັ້ງໜ້າ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ.

          “ພວກ​ເຮົາ​ຕ້ອງ​ມານ​ະພະຍາຍາມ​ກວ​​່າ​ອີກ​ໃນ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ​, ກຳນົດ​ຊື່​ອັດຖິທະຫານ​ເສຍ​ສະຫຼິຊີວິດ​ເພື່ອ​ຊາດ, ບູລະນະ​ສ້ອມ​ແປງບັນດາ​ສຸ​ສານ​ນັກຮົບ​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ; ປະຕິບັດ​ວຽກ​ງານ​ໂຄສະນາ​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ທຸກ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນ​ໜຸ່ມມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ​ແລະ ​ເຄົາລົບ, ຮູ້​ບຸ​ນຄຸນ​ອັນ​​ໃຫຍ່​ຫຼວງ​ຂອງ​ບັນດາ​​ວິລະ​ຊົນ, ນັກຮົບ​ທີ່​​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ; ຫັນ​ບັນດາ​ຄວາມ​ຮັບ​ຮູ້ ​ແລະ ນ້ຳ​ໃຈ​ອັນ​ດີງາມ​ນັ້ນ ​ໃຫ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​​ແທດ​ຈິງ​ໃນ​ການ​ປະຕິບັດ​ນະ​ໂຍບາຍ, ໜູນ​ຊ່ວຍ​ຜູ້​ມີ​ຄຸນງາມຄວາມດີ ​ແລະ ​ໃນ​ພາລະ​ກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ