ເຮັກໂບລາ ຍິງລູກສອນໄຟກວ່າ 200 ລູກບຸກໂຈມຕີ ອິດສະຣາແອັນ

(VOVWORLD) - ນີ້ແມ່ນມື້ທີ່ ເຮັກໂບລາ ບຸກໂຈມຕີຢ່າງຮຸນແຮງຕ້ານ ອິດສະຣາແອັນ ໃນເວລາກວ່າ 1 ອາທິດຜ່ານມາ.
ເຮັກໂບລາ ຍິງລູກສອນໄຟກວ່າ 200 ລູກບຸກໂຈມຕີ ອິດສະຣາແອັນ - ảnh 1(ພາບປະກອບ: IRNA/TTXVN)

        ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ, ວັນທີ 20 ຕຸລາ, ກຸ່ມປະກອບອາວຸດຂອງ ລີບັງ ໄດ້ຍິງລູກສອນໄຟກວ່າ 200 ລູກບຸກໂຈມຕີທາງພາກເໜືອ ອິດສະຣາແອັນ. ນີ້ແມ່ນມື້ທີ່ ເຮັກໂບລາ ບຸກໂຈມຕີຢ່າງຮຸນແຮງຕ້ານ ອິດສະຣາແອັນ ໃນເວລາກວ່າ 1 ອາທິດຜ່ານມາ. ກ່ອນ ແລະ ພາຍຫຼັງການບຸກໂຈມຕີຄັ້ງນີ້, ເຮັກໂບລາ ໄດ້ດຳເນີນການຍິງທຳລາຍດ້ວຍຂອບຂະໜາດນ້ອຍກວ່າໃສ່ Galilee, ຮ່ອມພູ Jezreel, ນະຄອນ ທ່າກຳປັ່ນ Haifa ແລະ ເຂດຈຳນວນໜຶ່ງທາງພາກເໜືອ ອິດສະຣາແອັນ. ບັນດາການບຸກໂຈມຕີຂອງ ເຮັກໂບລາ ບໍ່ກໍ່ຄວາມບາດເຈັບລົ້ມຕາຍ, ແຕ່ເຮັດໃຫ້ເກີດໄຟໄໝ້ໃຫຍ່ຢູ່ບາງແຫ່ງ, ພ້ອມກັບຄວາມເສຍຫາຍຢ່າງໜັກໜ່ວງພໍສົມຄວນ.

        ກົງກັນຂ້າມ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດຢ່າງຮຸນແຮງໃສ່ບັນດາເປົ້າໝາຍ ເຮັກໂບລາ, ຢູ່ທັງຮ່ອມພູ Beqaa, ຊານນະຄອນຫຼວງ Beirut ແລະ ພາກໃຕ້ ລີບັງ.

ຕອບກັບ

ຂ່າວ/ບົດ​ອື່ນ