ເຮັດໃຫ້ການພົວພັນຫວຽດນາມ-ອາເມລິກາເລິກເຊິ່ງກວ່າ

ເຮັດໃຫ້ການພົວພັນຫວຽດນາມ-ອາເມລິກາເລິກເຊິ່ງກວ່າ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama
(ພາບ: TTXVN)


(vovworld)- ​​​​​​​​​​​ກ່ອນ​ທີ່​ຈະ​ມີ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama ໃນ​ລະ​ຫວ່າງ ວັນ​ທີ 23-25/5 ໜັງ​ສື​ພີມ “New York Times” ສະ​ບັບ​ອອກວັນ​ທີ 16/5 ໄດ້​ລົງ​ພິມ​ບົດ​ຂຽນ ໃນ​ຄໍ​ລ້ຳ​ “ຈົດ​ໝາຍ​ທຳ​ນຽ​ບຂາວ” ດ້ວຍ​ຫົວ​ຂໍ້​ວ່າ “ ທີ່​ຫວຽດ​ນາມ, ທ່ານ Obama ຈະ​ສຸມ​ໃສ່​ເຂົ້າ​ໃນ​ອາ​ນາ​ຄົດ, ແທນ​ທີ່​ອະ​ດິດ​ຕະ​ການ” ບົດ​ຂຽນ​ຖື​ວ່າ: ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ Obama ​ ແລະ ການມາຢ້ຽມ​ຢາມ​ຫວຽດນາມ ຈະ​ນຳ​ມາ​ ເຊິ່ງກາ​ລະ​ໂອ​ກາດ ເພື່ອ​ຊ່ວຍ​ປັບ​ປຸງ ບໍ່​ພຽງ​ແຕ່​ນະ​ໂຍ​ບາຍສ້າງ​ຄວາມ​​ດຸ່ນ​ດ່ຽງ​ຄືນ​ໃໝ່​ ຊຶ່ງ​ທ່ານ ​ໄດ້ໃຫ້​ຄຳໝັ້ນ​ສັນ​ຍາຕໍ່ອາ​ຊີ​ເທົ່າ​ນັ້ນ ຫາກ​ທ່ານ​ຍັງ​ຈະ​ ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ຄວາມ​​ໝັ້ນ​ຄົງ ແລະ ​ດ້ານເສດ​ຖະ​ກິດ ດ້ວຍ​ໜຶ່ງ​ໃນ​ບັນ​ດາ​ປັດ​ໃຈ​ພາກ​ພື້ນ​ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ສຳ​ຄັນ​ກວ່າ ນັ້ນ​ແມ່ນ​ຫວຽດນາມ. ຕາມ​ໜັງ​ສື​ພີມ New York Times ແລ້ວ ປະ​ທາ​ນາ​ທິ​ບໍ​ດີ Obama ອາດຈະ​ຍົກ​ສູງ​ການ​ຮ່ວມ​ມື ລ​ະ​ຫວ່າງ ສອງ​ປະ​ເທດ ໃນ​​ການປະ​ສານ​​ສົມ​ທົບ​ກັນ ແກ້​ໄຂ​ຜົນ​ຮ້າຍ​ຍ້ອນຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ/Dioxin. ກວ່າ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ ຫວຽດ​ນາມ ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ ຈາກ ທາດ​ພິດ​ສີ​ສົ້ມ, ທາດ​ເຄ​ມີ ໂດຍ​ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງ​ຄາມ ຢູ່ ຫວຽດ​ນາມ.  ໃນ​ຊຸມ​ປີ​ຜ່ານ​ມາ ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ມາ​ນະ​ພະ​ຍາ​ຍາມແກ້​ໄຂ​ຜົນ​ຮ້າຍຢ້ອນຫຼັງ​ຈາກທາດ​ພິດສີ​ສົ້ມ. ແຕ່​ລະ​ປີ ຫວຽດນາມ ໄດ້​ຫັກ​ງົບ​ປະ​ມານຈຳ​ນວນ 10 ພັນ​ຕື້​ດົ່ງ ເພື່ອ​​ເປັນ​ເງິນ​ອຸດໜູນ​ແຕ່​ລະ​ເດືອນ ​​ໃນ​ການເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົມ, ໜູນ​ຊ່ວຍເຂດທີ່​​ປະ​ສົບ​ກັບ​ຄວາມ​ຫຍຸງ​ຍາກ​ເປັນ​ພິ​ເສດ, ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ, ຍ້ອນ​ທາດ​ພິດ​ເຄ​ມີ. ໃນ​ມໍ່ໆ​ມານີ້ ​ລັດ​ຖະ​ບານ​ອາ​ເມ​ລິ​ກາ ກໍ່ໄດ້​ໜູນ​ຊ່ວຍ​ຫວຽດ​ນາມ ລ້າງ​​ທາດ​ພິດ​ເຄ​ມີ​​ສິ່ງ​ແວດ​ລ້ອມ​, ​ກວດ​ມ້າງ​ລູກ​ລະ​ເບີດບໍ່​ທັນ​ແຕກ.

ຂ່າວ/ບົດ​ອື່ນ