ເຮືອບິນຕົກຢູ່ ອິນໂດເນເຊຍ: ຊອກເຫັນພາກສ່ວນລົງຈອດຂອງເຮືອບິນປະສົບເຄາະຮ້າຍ

(VOVWORLD) - ອາດຈະເສຍເວລາປະມານ 3 ອາທິດ ເພື່ອດາວໂຫຼດຂໍ້ມູນຈາກກັບດຳດັ່ງກ່າວ ແລະ ວິວັດການໄຈ້ແຍກຂໍ້ມູນຕ້ອງໃຊ້ເວລາເຖິງ 6 ເດືອນ. 

ເຮືອບິນຕົກຢູ່ ອິນໂດເນເຊຍ: ຊອກເຫັນພາກສ່ວນລົງຈອດຂອງເຮືອບິນປະສົບເຄາະຮ້າຍ - ảnh 1 ນັກດຳນ້ຳຊອກເຫັນພາກສ່ວນລົງຈອດຂອງເຮືອບິນປະສົບເຄາະຮ້າຍ (ພາບ: THX/ TTXVN)

        ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໃຫ້ຮູ້ວ່າ: ວັນທີ 01 ພະຈິກ, ບັນດານັກດຳນ້ຳໄດ້ຊອກເຫັນພາກສ່ວນລົງຈອດໜຶ່ງຂອງເຮືອບິນ Boeing 737 MAX 8 ຂອງບໍລິສັດການບິນ Lion Air ປະສົບເຄາະຮ້າຍຕົກລົງໃສ່ທະເລໃນວັນທີ 29 ຕຸລາ, ເຮັດໃຫ້ 189 ຄົນເສຍຊີວິດ. ອົງການຊອກຫາ ແລະ ກູ້ໄພກູ້ຊີບ ອິນໂດເນເຊຍ ໄດ້ຢັ້ງຢືນຂໍ້ມູນຂ່າວດັ່ງກ່າວ.

        ກ່ອນໜ້ານັ້ນໃນວັນດຽວກັນ, ອິນໂດເນເຊຍ ກໍ່ປະກາດໄດ້ຊອກເຫັນກັບດຳທີ່ບັນທຶກຂໍ້ມູນຂອງເຮືອບິນດັ່ງກ່າວຢູ່ພື້ນນ້ຳທະເລແລ້ວ. ກັບດຳນີ້ໄດ້ມອບໃຫ້ຄະນະກຳມະການຄວາມປອດໄພຄົມມະນາຄົມ ອິນໂດເນເຊຍ (KNKT). ການນຳ KNKT ໃຫ້ຮູ້ວ່າ: ອາດຈະເສຍເວລາປະມານ 3 ອາທິດ ເພື່ອດາວໂຫຼດຂໍ້ມູນຈາກກັບດຳດັ່ງກ່າວ ແລະ ວິວັດການໄຈ້ແຍກຂໍ້ມູນຕ້ອງໃຊ້ເວລາເຖິງ 6 ເດືອນ. ເລື່ອງຊອກເຫັນກັບດຳ ໄດ້ສ້າງຄວາມຫວັງທີ່ເຮັດແຈ້ງສາຍເຫດທີ່ພາໃຫ້ເກີດອຸບັດຕິເຫດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ