ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ແມ່ນບັນຫາສໍາຄັນໃນການຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ

(VOVWORLD) -ວັນທີ 10 ກັນຍາ, ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ໄດ້ດໍາເນີນການປຶກສາຫາລື ກ່ຽວກັບຄວາມຄືບໜ້າທີ່ດີ ກໍຄືບັນດາສິ່ງກີດຂວາງໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ອາຊີຕາເວັນອອກສ່ຽງໃຕ້.

ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ແມ່ນບັນຫາສໍາຄັນໃນການຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ - ảnh 1ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ກ່າວຄໍາເຫັນທີ່ການປຶກສາຫາລື 

(ພາບ: vov.vn)

ເຫດການດັ່ງກ່າວ ມີການເຂົ້າຮ່ວມຂອງທ່ານ          ຮ່າກິມງັອກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງບໍ່່ຂຶ້ນກັບລັດຖະບານອາເມລິກາ ໄດ້ ແລະ ພວມໜູນຊ່ວຍບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃນນັ້ນມີຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ລວມມີລູກລະເບີດບໍ່ທັນແຕກ ແລະ ທາດພິດສີສົ້ມ/ດີໂອຊິນ .

        ເນື້ອໃນການປືກສາຫາລືໄດ້ແມ່ນກ່ຽວຂ້ອງເຖິງບັນຫາແກ້ໄຂບັນດາຜົນຮ້າຍຢ້ອນຫຼັງ ຈາກສົງຄາມປະໄວ້ໃຫ້ລາວ, ກໍາປູເຈຍ ແລະຫວຽດນາມ, ບັນດາຄວາມຫຍຸ້ງຍາກ ແລະສິ່ງກີດຂວາງ ໃນການຜັນຂະຫຍາຍບັນດາໂຄງການ ກໍຄືການເຂົ້າຮ່ວມຂອງລັດຖະບານ ອາເມລິກາ. ບັນດານັກປາຖະກະຖາ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ອາເມລິການ ກໍໄດ້ແບ່ງປັນບົດຮຽນ, ບັນດາໝາກຜົນທີ່ບັນລຸໄດ້ ພ້ອມທັງປຶກສາຫາລືທິດທາງໃຫ້ແກ່ບັນດາໂຄງການຈະມາເຖິງ. ກ່າວຄໍາເຫັນທີ່ເຫດການ, ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຖືວ່າ:

        “ຂ້າພະເຈົ້າຖືວ່າ ປັດຈຸບັນ, ອາເມລິກາ ພວມກ້າວເຂົ້າສູ່ການຜັນຂະຫຍາຍຍຸດທະສາດ ອິນເດຍ - ປາຊີຟິກ, ເຂົາເຈົ້າສົນໃຈເຖິງຫຼາຍແງ່ມູມຄື ຍຸດທະສາດ, ການຮ່ວມມືເສດຖະກິດ, ຄວາມໝັ້້ນຄົງ ແລະ ອື່ນໆ. ຂ້າພະເຈົ້າຖືວ່າ 1 ບັນຫາແມ່ນສໍາຄັນທີ່ສຸດໃນການຮ່ວມມືລະຫວ່າງອາເມລິກາ ແລະ ຫວຽດນາມ ນັ້ນແມ່ນ ວິທີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.ເຖິງວ່າ ສອງຝ່າຍໄດ້ຮ່ວມມືກັນນັບແຕ່ວຽກຊອກຫາຜູ້ຫາຍສາບສູນໃນປາງສົງຄາມ, ແກ້ໄຂບັນດາບັນຫາອື່ນ ຄື ທາດພິດສີສົ້ມ ຫຼືລູກລະເບີດທີ່ຍັງບໍ່ທັນແຕກ ຢ່າງມີປະສິດທິຜົນແລ້ວກໍຕາມ ແຕ່ຍັງມີວຽກງານຫຼາຍຢ່າງທີ່ຕ້ອງເຮັດ ແລະພວກເຮົາຫວັງວ່າ ລັດຖະບານ ແລະ ສາພາແຫ່ງຊາດ, ບັນດາອົງການສໍານັກງານ, ຄະນະຂະແໜງການ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແລະ ປະຊາຊົນ ອາເມລິກາ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບພວກເຮົາ ເພື່ອແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກສົງຄາມ”.

 


 

ຕອບກັບ

ຂ່າວ/ບົດ​ອື່ນ