ແກ້ໄຂສາຍເຫດທີ່ກໍ່ໃຫ້ເກີດອາດສະຍາກຳ

ແກ້ໄຂສາຍເຫດທີ່ກໍ່ໃຫ້ເກີດອາດສະຍາກຳ - ảnh 1

ສະມາຊິກສະພາແຫ່ງຊາດປະກອບຄຳເຫັນ
(ພາບ: ອິນເຕີແນດ)

​(vovworld) – ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການລະ​ເມີດ​ກົດໝາຍ ​ແລະ ອາດ​ສະ​ຍາ​ກຳ, ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ບົດ​ລາຍ​ງານ​ຂອງ​ຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ, ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່​ທີ່​ບັນດາ ສສຊ ປຶກສາ​ຫາລື​ໃນ​ວາລະ​ເຮັດ​ວຽກ​ຢູ່​ໜ່ວຍ​ໃນ​ຕອນ​ບ່າຍ​ວັນ​ທີ 29/10.

ຕາມ​ການ​ຕີ​ລາຄາ​ຂອງ ສສຊ ຫຼາຍ​ທ່ານ​ແລ້ວ, ປີ 2013, ຄຸນ​ນະພາ​ບວຽກ​ງານ​ສືບສວນ, ປັບ​ໄໝ​ລົງ​ໂທດ​ອາດ​ສະ​ຍາ​ກຳ​ກໍ່​ດີກ​ວ່າ. ຈຳນວນ​ກໍລະນີ​ຄົ້ນ​ພົບ​ອາດ​ສະ​ຍາ​ກຳ​ກໍ່​ຫຼາຍ​ກວ່າ, ການ​ແກ້​ໄຂ​ກໍ່​ໄວ​ກວ່າ, ​ເຂັ້ມ​ງວດ​ກວ່າ, ມີ​ອາດ​ສະ​ຍາ​ກຳ​ຫຼາຍ​ກຸ່ມ, ພິ​ເສດ​ແມ່ນ​ອາດ​ສະ​ຍາ​ກຳ​ຢາ​ເສບ​ຕິດ​ຖືກ​ຄົ້ນ​ພົບ. ອາດ​ສະ​ຍາ​ກຳ​ອາຍາ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນຖານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອາດ​ສະ​ຍາ​ກຳ​ທີ່​ເຄື່ອນ​ໄຫວ​ແບບ​ສັງຄົມ​ດຳ, ອາດ​ສະ​ຍາ​ກຳ​ອາຍຸ​ບໍ່​ເຖິງ​ກະສຽນ, ຕ້ານ​ຜູ້​ປະຕິບັດ​ວຽກ​ງານ​ລັດຖະການຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ທ່ານ ຫງວຽນ​ດິ່ນກວ່ຽນ, ສສຊ ນະຄອນ​ຮ່າ​ໂນ້ຍ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

ປີ​ນີ້​ສະພາ​ແຫ່ງ​ຊາດ​ອອກ​ມະຕິ 37 ກ່ຽວ​ກັບ​ວຽກ​ງານ​ຍຸຕິ​ທຳ ​ແລະ ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​. ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ໄດ້​ສຸມ​ໃສ່​ປະຕິບັດບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ, ສິ່ງ​ດັ່ງກ່າວ​ມີ​ປະ​ໂຫຍ​ດທີ່​ສຸດ, ອັນ​ໄດ້​ເພີ່ມ​ກຳລັງ​ດັນໃຫ້​ບັນດາ​ອົງການ​ປະຕິບັດ​ກົດໝາຍ. ​ແຕ່​ພວກ​ເຮົາ​ຄວນ​ຕີ​ລາຄາ​ຄືນ​ປະສິດທິ​ຜົນ​ຂອງ​ໂຄງການ​ປ້ອງ​ກັນ ​ແລະ ຕ້ານອາດ​ສະ​ຍາ​ກຳ​​ຂອງ​ກະຊວງ​ຕຳຫຼວດ, ພຽງ​ແຕ່​ປັບ​ໄໝ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດແມ່ນ​ບໍ່​ທັນ​ໄດ້, ຫາກ​ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ໃນ​ທຸກ​ຂົງ​ເຂດ​ຄື​ຄົມມະນາຄົມ, ການ​ສຶກສາ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ... ຈຶ່ງ​ເຮັດ​ໃຫ້ການ​ລະ​ເມີດ​ກົດໝາຍ​ຫຼຸດ​ລົງ​ໄດ້​ “

ຂ່າວ/ບົດ​ອື່ນ