ແກ້ໄຂແຫຼ່ງທຶນໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ

ແກ້ໄຂແຫຼ່ງທຶນໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ - ảnh 1
ບັດເຊີນຂອງກອງປະຊຸມສຳມະນາ
(ພາບປະກອບ)

(vovworld) – ທີ່​ກອງ​ປະຊຸມ​ສຳ​ມະ​ນາ ”​ແກ້​ໄຂ​ແຫຼ່ງທຶນ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ” ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ສົມທົບ​ກັບ​ປະຕູ​ຖານ​ຂໍ້​ມູນ​ທະນາຄານ​ກຳ​ໄລ ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 31/5 ຢູ່​ຮ່າ​ໂນ້ຍ ນັ້ນ. ກົມ​ນະ​ໂຍບາຍ - ທະນາຄານ​ແຫ່ງ​ລັດ ​ໃຫ້​ຮູ້​ວ່າ, ອັດຕາກຳ​ໄລ​ທົ່ວ​ໄປໄດ້​ຫຼຸດ​ລົງ​ຈາກ 2% - 4%/ປີ ​ເມື່ອ​ທຽບ​ໃສ່​ຕົ້ນ​ປີ, ລະດັບ​ເຕີບ​ໂຕ​ສິນ​ເຊື່ອ​ຮອດ​ທ້າຍເດືອນ 5 ຜ່ານ​ມາ​ບັນລຸ​ເກືອບ 3%. ນີ້​ແມ່ນ​ສັນຍານ​ດີ​ພໍ​ສົມຄວນ​ໃນ​ການ​ແກ້​ໄຂ​ສິນ​ເຊື່ອ​ໃຫ້​ວິ​ສາ​ຫະກິດ​. ທ່ານ​ນາງ ຫງວຽນ​ທິຮົ່ງ, ຫົວໜ້າກົມ​ນະ​ໂຍບາຍ - ທະນາຄານ​ແຫ່ງ​ລັດ ​ໃຫ້​ຮູ້​ວ່າ, ​ໃນ 5 ​ເດືອນ​ຜ່ານ​ມາ, ລະບົບ​ທະນາຄານ​ໄດ້​ປະຕິບັດ​ຫຼາຍ​ມາດ​ຕະການ​ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ດ້ານ​ທິນຮອນ​ໃຫ້​ແກ່​ວິ​ສາ​ຫະກິດ. ປະຈຸ​ບັນ, ອັດຕາ​ກຳ​ໄລ​ໄດ້​ຫຼຸດ​ລົງ​ຢ່າງ​ແຮງ, ບັນດາ​ວິ​ສາ​ຫະກິດທີ່​ມີ​ເງື່ອນ​ໄຂກູ້​ຢືມ​ທຶນ​ຢ່າງ​ຢ່າງ​ພຽງພໍ ​ແລະ ​ເຄື່ອນ​ໄຫວ​ເປັນ​ປົກກະຕິ ລ້ວນ​ແຕ່​ສາມາດ​ສຳ​ພັດ​ກັບ​ສິນ​ເຊື່ອ​ຂອງ​ທະນາຄານ​ໄດ້. ​ແຕ່​ຄວາມ​ຫຍຸ້ງຍາກ​ໃນ​ການ​ສຳຜັດ​ກັບ​ສິນ​ເຊື່ອ​ຂອງ​ທະນາຄານ, ນັ້ນ​ແມ່ນ​ມີ​ຫຼາຍ​ວິ​ສາ​ຫະກິດ​ບໍ່​ມີ​ຄວາມ​ສາມາດ​ໃຊ້​ໜີ້ໃນ​ເງື່ອນ​ໄຂ​ຜະລິດ, ຈຳໜ່າຍ​ຜະລິດ​ຕະພັນ​ຍາກ.

 

ຂ່າວ/ບົດ​ອື່ນ