ແຂກທ່ອງທ່ຽວສາກົນ 5.350.000 ເທື່ອຄົນໄດ້ມາທ່ອງທ່ຽວຫວຽດນາມ

ແຂກທ່ອງທ່ຽວສາກົນ 5.350.000 ເທື່ອຄົນໄດ້ມາທ່ອງທ່ຽວຫວຽດນາມ - ảnh 1
ແຂກ​ທ່ອງ​ທ່ຽວ​ສາກົນພວມ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ທ່ອງ​ທ່ຽວ​ຫວຽດນາມ
(ພາບ: internet)


(vovworld)- ຕາມ​ກົມ​ໃຫຍ່​ສະ​ຖີຕິ​ຫວຽດນາມ, ​ໃນ 10 ​ເດືອນ​ຕົ້ນ​ປີ 2012, ​ຈຳນວນແຂກ​ທ່ອງ​ທ່ຽວ​ສາກົນ​ເຂົ້າ​ມາ​ທ່ອງ​ທ່ຽວ​ຫວຽດນາມ ຄາດ​ວ່າ​ບັນລຸ 5.350.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ກ່ວາ 11%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕົວ​ເລກ​ດັ່ງກ່າວ​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈຸດໝາຍ​ຕ້ອນຮັບແຂກ​ທ່ອງ​ທ່ຽວ​ສາກົນຈຳນວນ 6.500.000 ຄົນ​ຂອງ​ຂະ​ແໜງທ່ອງ​ທ່ຽວ​ຫວຽດນາມ​ໃນ​ປີ​ນີ້ ​ໄດ້​ບັນລຸ 82%. ບາງ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ມີຈຳນວນແຂກ​ທ່ອງ​ທ່ຽວ​ສາກົນມາ​ຫວຽດນາມ​ເພີ່ມ​ຂຶ້ນ​ສູງ ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ,ນັ້ນ​ແມ່ນ ສ. ​ເກົ່າ​ຫຼີ, ຍີ​ປຸ່ນ, ​ໄຕ້​ຫວັນ, ມາ​ເລ​ເຊຍ, ຝະລັ່ງ, ​ໄທ.

ຂ່າວ/ບົດ​ອື່ນ