ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເຂົ້າມາ​ຮ່າ​ໂນ້ຍ​ລື່ນ​ກາຍ​ຈຳ​ນວນ 4 ລ້ານ​ເທື່ອ​ຄົນ

(VOVWORLD) - ໃນໄລຍະຈະມາເຖິງ, ຮ່າໂນ້ຍສືບຕໍ່ຜັນຂະຫຍາຍການສ້າງຮູບແບບພັດທະນາເສດຖະກິດການທ່ອງທ່ຽວກະສິກຳ, ຊົນນະບົດ ຢ່າງມີປະສິດທິຜົນ.
ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເຂົ້າມາ​ຮ່າ​ໂນ້ຍ​ລື່ນ​ກາຍ​ຈຳ​ນວນ 4 ລ້ານ​ເທື່ອ​ຄົນ - ảnh 1ແຂກທ່ອງທ່ຽວສາກົນ ໄປຢ້ຽມຊົມ ຮ່ອງຮອຍປະຫວັດສາດ ຄຸກຮວາລໍ່ (ພາບ: VOV)

ວັນທີ 27 ພະຈິກ, ພະແນກການທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ 11 ເດືອນຕົ້ນປີ 2023, ຍອດຈຳນວນແຂກທ່ອງທ່ຽວມາຮ່າໂນ້ຍ ບັນລຸ 22,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 32,4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022, ໃນນັ້ນແຂກທ່ອງທ່ຽວສາກົນມາ ຮ່າໂນ້ຍ ບັນລຸ 4,1 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້.

ໃນໄລຍະຈະມາເຖິງ, ຮ່າໂນ້ຍສືບຕໍ່ຜັນຂະຫຍາຍການສ້າງຮູບແບບພັດທະນາເສດຖະກິດການທ່ອງທ່ຽວກະສິກຳ, ຊົນນະບົດ, ຜັນຂະຫຍາຍການສ້າງທົດລອງຮູບແບບການທ່ອງທ່ຽວວົງຄະນະຍາດຕິດພັນກັບບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ຂອງບັນດາເຜົ່າສ່ວນໜ້ອຍຢູ່ເມືອງ ບາວີ ຢ່າງມີປະສິດທິຜົນ. ປັດຈຸບັນ, ຂະແໜງການທ່ອງທ່ຽວ ຮ່າໂນ້ຍ ພວມຜັນຂະຫຍາຍການສ້າງ tour ທ່ອງທ່ຽວ ທາງນ້ຳເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວຢູ່ແມ່ນ້ຳແດງ, ດ້ວຍຮູບແບບເຜີຍແຜ່ໂຄສະນາທີ່ເປັນຫຼາຍຮູບແບບ ບົນບັນດາພາຫະນະສື່ມວນຊົນກ່ຽວກັບພາບພົດທ່ອງທ່ຽວຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ