ແຂ່ງຂັນກັນອອກແຮງງານທຳການຜະລິດໃນຊຸມວັນຕົ້ນປີໃໝ່

ແຂ່ງຂັນກັນອອກແຮງງານທຳການຜະລິດໃນຊຸມວັນຕົ້ນປີໃໝ່ - ảnh 1
ພາບ​ປະ​ກອບ

(vovworld) – ໃນ​ຊຸມ​ວັນ​ທຳ​ອິດ​ຂອງ​ປີ 2015, ຢູ່ສະ​ຖານ​ທີ່ກໍ່​ສ້າງຫຼາຍ​ແຫ່ງ, ໂຮງ​ຈັກ, ​ໂຮງ​ງານ, ອົງ​ການ, ຫົວ​ໜ່ວຍ, ບັນ​ຍາ​ກາດ​ເຮັດ​ວຽກ​ພວມ​ດຳ​ເນີນ​ໄປ​ຢ່າງ​ຟົ​ດ​ຟື້ນ, ຮີບ​ດ່ວນ. ຢູ່​ສະ​ຖານ​ທີ່ກໍ່​ສ້າງຂົວ​​ທາງ ຢາ​ເລີມ, ຂຶ້ນ​ກັບ​ໂຄງ​ການກໍ່​ສ້າງ​ທາງ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ຫາຍ​ຟ່ອງ, ກຳ​ມະ​ກອນ​ພວມ​ເຮັດ​ວຽກ​ດ້ວຍ​ຄວາມ​ເມົາ​ມົວ, ເພື່ອ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ໃນ​ທ້າຍ​ປີນີ້. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ພະ​ນັກ​ງານ ແລະ ກຳ​ມະ​ກອນຢ​ູ່​​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົ​ກ ຮ່​ວາ​ບີ່ງ ໄດ້​ເຮັດວຽກ 24/24 ຊົ່ວ​ໂມງ ເພື່ອ​ຮັບ​ປະ​ກັນ​ໃຫ້​ເຄື່ອນ​ໄຫວ​ຢ່າງ​ປອດ​ໄພ, ລຽນ​ຕິດ ແລະ ສະ​ໜອງ​ໄຟ​ຟ້າ​ຢ່າງ​ເປັນ​ປົກ​ກະ​ຕິ​​ໃຫ້​ຕາ​​ໜ່າງໄຟ​ຟ້າ​ແຫ່​ງ​ຊາດ. ຢູ່​ບັນ​ດາ​ທ່າ​ກຳ​ປັ່ນ, ດ່ານ​ຊາ​ຍ​ແດນ, ​ການ​ເຮັດ​ລະ​ບ​ຽບ​​ພາ​ສີ​ນຳ​ເຂົ້າ - ສົ່ງ​ອອກ​ສິນ​ຄ້າ​ຍັງ​ດຳ​ເນີນ​ໄປ​ເປັນ​ປົກ​ກະ​ຕິ. ​ຢູ່​ດ່ານ​ຊາຍ​ແດນສາ​ກົນ ລ້າ​ງ​ເຊີນ, ແຕ່​ລະ​ມື້​ມີ​ປະ​ມານ 1000 ເທື່ອ​ຄົນ​ໄປ - ມາ​ຜ່ານ​ດ່ານ, ທ່ານ ຮ່​ວາງ​ແຄ໋ງ​ຮ່​ວາ, ຫົວ​ໜ້າ​ກົມ​ພາ​ສີ ລ້ານ​ເຊີນ, ໃຫ້​ຮູ້​ວ່າ:

        “ໃນ​ຊຸມ​ວັນ​ນີ້, ຢູ່​ປ​ະ​ເທດ​ຈີນ ກໍ່ໄດ້ພັກ​ການ​ດັ່ງ​ນັ້ນ​ປະ​ລິ​ມານ​ສິນ​ຄ້າ​ຕ້ອງ​ເຮັດ​ລະບຽບ​​ພາ​ສີກໍ່​ຫລຸດ​ລົງ ແຕ່​ຈ​ຳ​ນວນ​ແຂກ​​ທ່ອງ​ທ່ຽວເຂົ້າ​​ - ອອກເມືອງ​​ພັດ​ເພີ່ມ​ຂຶ້ນ​ສູງ. ບັນ​ດາ​​ຜູ້​ຮັບ​ຜິດ​ຊອບ​ເຮັດ​ລະ​ບຽບ​​ພາ​ສີ​ໃຫ້​ສິນ​ຄ້າ​ຜ່ານ​ແດນ​ເຮັດ​ວຽກ 24/24 ຊົ່ວ​ໂມງ, ດ້ວຍ​ຄວາມ​ຮັບ​ຜິດ​ຊອບ, ​ເພື່ອໃຫ້​ສິນ​ຄ້າ ກໍ່​ຄື​ແຂກ​ທ່ອງ​ທ່ຽວ​​ໄປ​ມາໄດ້​ຜ່ານ​ແດນ​ຢ່າງ​ສະ​ດວ​ກ.”


ຂ່າວ/ບົດ​ອື່ນ