ແຂວງ ກ໋ວາງບິ່ງ ແລະ ຈຳປາສັກ (ສປປ ລາວ) ເພີ່ມທະວີການຮ່ວມມື

(VOVWORLD) - ສືບຕໍ່ເປີດກ້ວາງ, ເພີ່ມທະວີການຮ່ວມມືລະຫວ່າງສອງແຂວງ; ຍູ້ແຮງການໂຄສະນາ, ສຶກສາພະນັກງານ, ປະຊາຊົນ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນ ກ່ຽວກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່...
ແຂວງ ກ໋ວາງບິ່ງ ແລະ ຈຳປາສັກ (ສປປ ລາວ) ເພີ່ມທະວີການຮ່ວມມື - ảnh 1ການພົບປະເຈລະຈາ ລະຫວ່າງສອງຝ່າຍ (ພາບ:TTXVN)

ວັນທີ 26 ກັນຍາ, ຢູ່ນະຄອນ ດົ່ງເຫີຍ, ແຂວງ ກ໋ວາງບິ່ງ, ຄະນະຜູ້ແທນຂັ້ນສູງແຂວງ ກ໋ວາງບິ່ງ ແລະ ຈຳປາສັກ (ສປປ ລາວ) ໄດ້ດຳເນີນການພົບປະເຈລະຈາ ແລະ ລົງນາມເອກະສານຮ່ວມມື. ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບລົງນາມໃນບົດບັນທຶກການເຈລະຈາດ້ວຍຫຼາຍເນື້ອໃນສຳຄັນ, ໃນນັ້ນ, ກ່ຽວກັບການພົວພັນລະຫວ່າງບັນດາອົງການຂອງພັກ, ອຳນາດການປົກຄອງ, ໝູ່ຄະນະຈະແລກປ່ຽນຄະນະແບບໝູນວຽນ 2 ປີ/ເທື່ອໜຶ່ງ ເພື່ອຕີລາຄາໝາກຜົນ ແລະ ເປັນເອກະພາບເນື້ອໃນຮ່ວມມືໃນໄລຍະຕໍ່ໄປ; ສືບຕໍ່ເປີດກ້ວາງ, ເພີ່ມທະວີການຮ່ວມມືລະຫວ່າງສອງແຂວງ; ຍູ້ແຮງການໂຄສະນາ, ສຶກສາພະນັກງານ, ປະຊາຊົນ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນ ກ່ຽວກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ສອງແຂວງ ກ໋ວາງບິ່ງ - ຈຳປາສັກ ເວົ້າສະເພາະ. ກ່ຽວກັບຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ຮ່ຳຮຽນເອົາບົດຮຽນລະຫວ່າງບັນດາຂະແໜງ, ຂົງເຂດ, ພິເສດແມ່ນກ່ຽວກັບການທ່ອງທ່ຽວ; ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ, ນັກລົງທຶນຮ່ວມມືລົງທຶນ ໃນຂົງເຂດຕ່າງໆ, ຄື: ການຄ້າ, ການທ່ອງທ່ຽວ, ການບໍລິການ, ຄົມມະນາຄົມ - ຂົນສົ່ງ, ການຜະລິດສິນຄ້າ…ເໝາະສົມກັບຄວາມສາມາດ ແລະ ທ່າແຮງຂອງແຕ່ລະແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ