ແຂວງກວາງນິງສະເຫຼີມສະຫຼອງ 50ປີແຫ່ງວັນສ້າງຕັ້ງ

ແຂວງກວາງນິງສະເຫຼີມສະຫຼອງ 50ປີແຫ່ງວັນສ້າງຕັ້ງ - ảnh 1
ພິທີໄດ້ຈັດຕັ້ງໃນຕອນຄຳ່ວັນທີ 19/10
(ພາບ: danviet.vn)

(vovworld) - ຕອນ​ຄຳ່​ວັນ​ທີ 19/10, ຢູ່​ນະຄອນ ຮ້າ​ລອງ, ​ແຂວງ​ກວາງ​ນິງ ​ໄດ້​ຈັດ​ຕັ້ງ​ພິທີ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 50ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ. 50 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ, ​ແຂ​ວງ ກວາງ​ນິງ ​ໄດ້​ກາຍ​ເປັນ​ສູນ​ເສດຖະກິດ, ທ່ອງ​ທ່ຽວ ​ແລະ ການ​ຄ້າ​ຂອງ​ພາກ​ເໜືອ. ​ເສດຖະກິດ​ຂອງ​ແຂວງ ກວາງ​ນິງ ຍາມ​​ໃດ​ກໍ່​ໄດ້​ຮັກສາ​ຢູ່​ໃນ​ລະດັບ​ເຕີບ​ໂຕ​ສູງ ​ແລະ ​ເປັນ​ປົກກະຕິ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໂຮມ​ຊຸມນຸມມິດ​ຕິງ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມື​ອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ອວຍພອນ, ຊົມ​ເຊີຍ​ນ້ຳ​ໃຈ​ສາມັກຄີ, ຄວາມ​ມານະ​ພະຍາຍາມ​ສຸ້ຊົນ ​ແລະ ບັນດາ​ໝາກຜົນ​ທີ່​​ເປັນ​ໜ້າ​ເອກອ້າງ​ທະ​ນົງ​ໃຈ​ເຊິ່ງຄະນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ບັນດາ​​ເຜົ່າ​ແຂວງ ກວາງນິງບັນລຸ​ໄດ້​ໃນ​ເຄິ່ງສະຕະວັດ​ຜ່ານ​ມາ. ທ່ານ​ເວົ້າ​ວ່າ:

        “​ແຂວງ​ກວາງ​ນິງ ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່​ໃນ​ສະພາບ​ການ​ມີ​ກາ​ລະ​ໂອກາດ​ຫຼາຍ​ຢ່າງ. ດັ່ງ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ພັກ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ ກວາງ​ນິງ ຄວນ​ມານະ​ພະຍາຍາມ, ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ກາລະ​ໂອກ​າດສຸ້ຊົນ ​ແລະ ສ້າງສາ​ແຂວງ ກວາງ​ນິງ ກາຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2015 ​ໂດຍ​ພື້ນຖານ.”

        ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ, ໝູ່​ພະນັກ​ງານ, ກອງທັບ ​ແລະ ປະຊາຊົນ​ແຂວງ ກວາງ​ນິງ ​ໄດ້​ຮັບ​ຫຼຽນ​​ໄຊ​ເອກະລາດ​ຊັ້ນ 1, ນະຄອນ ຮ້າ​ລອງ ກໍ່​ໄດ້​ຮັບຫຼຽນ​​ໄຊ​ເອກະລາດ​ຊັ້ນ 2 ​​​ແລະ ນະຄອນ ຮ້າ​ລອງ ກໍ່​ຖືກ​ລັດຖະບານ​ຕົກລົງ​​ເປັນ​ຕົວ​ເມືອງ​ຊັ້ນ 1.

 

ຂ່າວ/ບົດ​ອື່ນ