ແຂວງກວາງບີ່ງຈັດພິທີສວດມົນພາວະນາເຖິງດວງວິນຍານບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ

ແຂວງກວາງບີ່ງຈັດພິທີສວດມົນພາວະນາເຖິງດວງວິນຍານບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ - ảnh 1
ການຖະຫວາຍທູບທຽນໃນພິທີ
(ພາບ: ສື່ເອເລັກໂຕນີກກວາງບີ່ງ)

(vovworld) – ຕອນບ່າຍ​ວັນ​ທີ 2/7, ຄະນະ​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ, ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ພະນັກງານ, ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ຖຳ້ ​ເລ່ນຮ່າ ປີ 1972 ສົມທົບ​ກັບ​ສູນ​ກາງ​ສະມາຄົມ​ພຸດ​ທະ​ສາສະໜາ ຫວຽດນາມ, ຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດ​ທະ​ສາສະໜາ ຫວຽດນາມ ​​ແຂວງ ກວາງ​ບີ່​ງ ຈັດ​ຕັ້ງ​ພິທີ​ສວດ​ມົນ​ພາວະນາ​ອາ​ໄລ​ຫາ​ບັນດາ​ນັກ​ວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ພົນ​ຈັດຕະວາ ​ໂງ​ກິມດົ່ງ, ກຳມະການ​ການ​ເມືອງ​ເຫຼົ່າ​ຮົບ​ຕິດ​ຕໍ່​ສື່ສານ, ​ໃຫ້​ຮູ້​ວ່າ:

        “ພັກ, ລັດ, ກອງທັບ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນການ​ເສຍ​ສະລະ​ຊີ​ວີ​ດ​ທີ່​ພິລະ​ອາດ​ຫານ​ຂອງ​ບັນດາ​ພະນັກງານ, ນັກຮົບ​​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ. ​ເພື່ອສືບ​ທອດ​ມູນ​ເຊື້ອ​ຂອງ​ບັນດາ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ພວກຂ້າພະ​ເຈົ້າ​ຕັດສິນ​ໃຈ​ນຳພາ​ເຫຼົ່າ​ຮົບ​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ກໍ່ສ້າງ​ກຳລັງ, ຮັບປະກັນ​ການ​ຕິດ​ຕໍ່​ສື່ສານ​ຢ່າງ​ທັນ​ການ, ຊັດ​ເຈນ, ປອດ​​ໄພ​ໃນ​ທຸກ​ສະພາບ​ການ.”


ຂ່າວ/ບົດ​ອື່ນ