ແຂວງນາມດິ້ງແລະແຂວງMiyazaki(ຍີ່ປຸ່ນ)ຮ່ວມມືພັດທະນາກະສິກຳ

ແຂວງນາມດິ້ງແລະແຂວງMiyazaki(ຍີ່ປຸ່ນ)ຮ່ວມມືພັດທະນາກະສິກຳ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 6/1, ຄະນະ​ປະຕິບັດ​ງາ​ນຂອງ​ແຂວງ Miyazaki ​ແລະ ມະຫາວິທະຍາ​ໄລ Minami Kyushu (ຍີ່ປຸ່ນ) ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ນາມ​ດິ້ງ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ​ລະ​ຫວ່າງ 2 ​ແຂວງ. ທ່ີ​ການ​ເຮັດ​ວຽກ, ຝ່າຍ​ຍີ່ປຸ່ນ ສະ​ເໜີ​ບາງ​ເນື້ອ​ໃນ​ລະອຽດ​ກ່ຽວຂ້ອງ​ເຖິງ​ການກໍ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂອງ​ແຂວງ Miyazaki ລົງທຶນ​ເຂົ້າ​ຂະ​ແໜງ​ກະສິກຳ​ຂອງ​ແຂວງ​ນາມ​ດິ້ງ, ສ້າງ​ບັນດາ​ຮູບ​ແບບ​ເສດຖະກິດ​ຢູ່ຕາ​ແສງ ອຽນ​ເກ່ື່ອງ (​ເມືອງ ອີ໋ອຽນ), ພ້ອມ​ທັງ​ສ້າງ​ຕັ້ງ​ເຂດ​ປູກ​ຕົ້ນ​ໄມ້​ບາງ​​ປະ​ເພດ​ຢູ່​ບາງ​ທ້ອງ​ຖິ່ນຂອງ​ນາມ​ດິ້ງ. 2 ຝ່າຍ​ກໍ່​ພິຈາລະນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ເປີດ​ກ້ວາງ​​ມະຫາວິທະຍາ​ໄລ Minami Kyushu ສາຂາທີ 2 ຢູ່​ນາມ​ດິ້ງ.

        ທ່ານ Uchida, ຮອງ​ຜູ້​ວ່າການ​​ແຂວງ Miyazako, ​ໃຫ້​ຮູ້​ວ່າ: ​ແຂວງ ນາມ​ດິ້ງ​ແມ່ນ​ແຂວງ​ທຳ​ອິດ​ເຊິ່ງ Miyazako ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​​ດ້ວຍ​ຄວາມ​ຫວັງ​ຢາກ​ຖ່າຍ​ທອດ​ບົດຮຽນ, ​ເຕັກນິກ​ຂອງ​ທ້ອງ​ຖິ່ນ​ທີ່ມີ​ພື້ນຖານ​ກະສິກຳ​​ແຖ​ວໜ້າ​ໜຶ່ງ​ຂອງ ຍີ່ປຸ່ນ ​ເພື່ອ​ພ້ອມ​ກັນ​ຮ່ວມ​ມື ​ແລະ ພັດທະນາ, ຮັດ​ແໜ້ນ​ການ​ພົວພັນ, ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ​ແຂວງ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ ຫວຽດນາມ - ຍີ່ປຸ່ນ​ ​ເວົ້າ​ລວມ.


ຂ່າວ/ບົດ​ອື່ນ