ແງ່ຫວັງຫຼາຍຢ່າງໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດແລະການສຶກສາຫວຽດນາມ-ອາເມລິກາ

ແງ່ຫວັງຫຼາຍຢ່າງໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດແລະການສຶກສາຫວຽດນາມ-ອາເມລິກາ - ảnh 1
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 14/01, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ສາ​ກົນ​ຫວຽດ​ນາມ ແລະ ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ ແລະ ​ສາ​ກົນ​ອາ​ເມ​ລິ​ກາ ​ໄດ​້​ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ “20 ປີ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ: ແງ່​ຫວັງ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ສຶກ​ສາ ແລະ ​ພາຍ​ຫຼັງ​ເຊັນ​ສັນ​ຍາ TPP”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເລກວາງ​ລອງ, ຮອງ​ຫົວ​ໜ້າ​ພະ​ແນກ​ພົວ​ພັ​ນ​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ, ​ປະ​ຈຸ​ບັນ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບດ​້ານ​ຫວຽດ​ນາມ - ອາ​ເມ​ລິກ​າ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ສຶກ​ສາ ພວມ​ຢືນ​ຢູ່​ຕໍ່​ໜ້າບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ໃຫຍ່​ຫຼວງ. ນີ້​ແມ່ນ​ບັນ​ດາ​ກຳ​ລັງ​ໜູນ​ສຳ​ຄັນ​ເພື່ອ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ມີີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງກວ່າ.

      ສວ່ນ​ທ່ານ​ Ted Osius, ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ ຫວັງ​ວ່າ, ດ້ວຍ​ພື້ນ​ຖານ​ໄລ​ຍະ 20 ປີ​ຜ່ານ​ມາ, ​ເມື່​ອສິ້​ນ​ສຸດ​ການ​ເຊັ່​ນ​ສັນ​ຍາ TPP ຈະ​ຊ່ວຍ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດກວ່າ​ອີກ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂ​ດ​ເສດ​ຖະ​ກິດ ແລະ ການ​ສຶກ​ສາ.

      ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ໄຈ້​ແຍກ​ບັນ​ດາ​ຜົນ​ງານ, ບົດ​ຮຽນ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ 20 ປີ​ຜ່ານ​ມາ, ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພ​ື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ