ແຈ້ງການກອງປະຊຸມຄັ້ງທີ 19 ຄະນະປະຈຳ ສະພາແຫ່ງຊາດຊຸດທີ 13

ແຈ້ງການກອງປະຊຸມຄັ້ງທີ 19 ຄະນະປະຈຳ ສະພາແຫ່ງຊາດຊຸດທີ 13 - ảnh 1
​ແຈ້ງ​ການ​ກອງປະຊຸມ​ຄັ້ງ​ທີ 19 ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ​ຊຸດ​ທີ 13
(ພາບປະກອບ)


(vovworld) - ​ແຕ່​ວັນ​ທີ 10 – 12/07/2013, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ຈັດ​ກອງ​ປະຊຸມຄັ້ງ​ທີ 19 ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ບັນດາ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ພິຈາລະນາ, ຕີ​ລາຄາ​ໝາກຜົນ​ຂອງ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ​ 5, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13; ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ​ 6, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ບາງ​ບັນຫາ​ໃຫຍ່ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕາງ​ກັນ​ຂອງ​ຮ່າງກົ​ດໝາຍ 3 ສະບັບ ​ເຊິ່ງສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ເປັນ​​ຄັ້ງ​ທຳ​ອິດ​ທີ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ​ 5, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ເຊິ່ງລວມມີ: ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ (ສະບັບ​ປ​ັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ (ສະບັບ​ປັບປຸງ), ກົດໝາຍວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​​ເຕີ່ມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການປ້ອງ​ກັນ ​ແລະ ດັບ​​ເພິ​ງ ​ເພື່ອ​ສືບ​ຕໍ່​ປັບປຸງ, ສຳ​ເລັດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ເທື່ອ​ທີ 6 ຈະ​ມາ​ເຖິງ. ພ້ອມ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ລັດຖະບັດ​ຍັດ ສະບັບ​ປັບປຸງ, ​ເພີ່ມ​​ເຕີ່ມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັດ​ຍັດຄຸ້ມ​ຄອງ, ນຳ​ໃຊ້​ອາວຸດ, ວັດຖຸ​ລະ​ເປີດ ​ແລະ ​ເຄື່ອງມື​ໜູນ​ຊ່ວຍ. ຄຽງ​ຂ້າງ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຍັງ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ມະຕິປັບປຸງ, ​ເພີ່ມ​​ເຕ່ີມ​ມະຕິ​ກ່ຽວ​ກັບ​ເລື່ອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຕ້ອນຮັບ​ພົນລະ​ເມືອງ, ຮັບ, ສົ່ງ​ໃບ​ຮ້ອງທຸກ, ຊຸກຍູ້ການຕິດຕາມ​ແກ້​ໄຂ​ການ​ຮ້ອງທຸກ​ຮ້ອງ​ຟ້ອງ ​ແລະ ຂໍ້​ສະ​ເໜີ​ຂອງ​ພົນລະ​​ເມືອ​ງ ​ແລະ ມະຕິ​ກ່ຽວ​ກັບ​ການ​ຮັບ, ​ຈັດ​ແບ່ງ​ປະ​ເພດ, ​ແກ້​ໄຂ​ໃບ​ຮ້ອງທຸກ​ຮ້ອງ​ຟ້ອງ ​ແລະ ຂໍ້​ສະ​ເໜີ​ຂອງ​ພົນລະ​​ເມືອງ​ທີ່​ສົ່ງ​ເຖິງສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ, ບັນດາ​​ກຳມາ​ທິການ​ສະພາ​ແຫ່ງ​ຊາດ. ກໍ່​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາມະຕິ​ປັບປຸງ, ​ເພີ່ມ​​ເຕີ່​ມ​ບາງ​ຂໍ້​ມາດຕາ​ກ່ຽວ​ກັບ​ບົດບາດ, ໜ້າ​ທີ່, ສິດ ​ແລະ ​ໂຄງ​ປະກອບ​ການຈັດ​ຕັ້ງຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ; ພ້ອມ​ທັງ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ສ້າງ​ໃໝ່, ປັບປຸງ ​ແລະ ​ເພີ່ມ​​ເຕີ່​ມຊື່​ເອີ້ນ​ຂອງບາງ​ຫົວໜ່ວຍ​ຂອງ​​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ