ແດນມາກ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດການເຕີບໂຕຂຽວ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີວ່າ, ໃນໄລຍະຈະມາເຖິງ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມືໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ...
ແດນມາກ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດການເຕີບໂຕຂຽວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ  ບຸຍແທັງເຊີນ ແລະ ທ່ານເອກອັກຄະລັດຖະທູດ ແດນມາກ Kim Hojlund Christensen
(ພາບ: ສະຖານທູດແດນມາກ)

ຕອນບ່າຍວັນທີ 06 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ແດນມາກ Kim Hojlund Christensen ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີວ່າ, ໃນໄລຍະຈະມາເຖິງ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມືໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ການເຕີບໂຕຂຽວຢ່າງສຸດຂີດ ກໍຄືເປີດກວ້າງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ກະສິກຳເຕັກໂນໂລຊີສູງ, ການພົວພັນແລກປ່ຽນປະຊາຊົນ.

        ສ່ວນທ່ານເອກອັກຄະລັດຖະທູດ Kim Hojlund Christensen ເຊື່ອໝັ້ນວ່າ ບັນດາການກຳນົດທິດຮ່ວມມືໃນຂົງເຂດເຕີບໂຕຂຽວຂອງ ແດນມາກ ແມ່ນສອດຄ່ອງກັບແຜນນະໂຍບາຍພັດທະນາຂອງ ຫວຽດນາມ ທີ່ສຸດ ແລະ ເນັ້ນໜັກວ່າ ລັດຖະບານ, ປະຊາຄົມວິສາຫະກິດ ແດນມາກ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດດັ່ງກ່າວຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ