ແນວ​ໂຮມ​ທາງ​ການ​ທູດ​ປະ​ກອບ​ສ່ວນ​ເຂົ້າ​ໄຊ​ຊະ​ນະ​ປະ​ຫວັດ​ສາດ 30 ເມ​ສາ 1975

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນປົດປ່ອຍທາງພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ, ວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ແຕ່ສົນທິສັນຍາ Paris ກ່ຽວກັບ ຫວຽດນາມ ຈົນເຖິງມະຫາໄຊລະດູບານໃໝ່ປີ 1975: ບົດບາດຂອງແນວໂຮມທາງການທູດປະກອບສ່ວນເຂົ້າໄຊຊະນະປະຫວັດສາດ ວັນທີ 30 ເມສາ”.
ແນວ​ໂຮມ​ທາງ​ການ​ທູດ​ປະ​ກອບ​ສ່ວນ​ເຂົ້າ​ໄຊ​ຊະ​ນະ​ປະ​ຫວັດ​ສາດ 30 ເມ​ສາ 1975 - ảnh 1ການໂອ້ລົມສົນທະນາ (ພາບ: nhandan.com.vn)

ການໂອ້ລົມສົນທະນາໄດ້ສຸມໃສ່ຄົ້ນຄ້ວາກ່ຽວກັບປະຫວັດສາດຂະແໜງການຕ່າງປະເທດໃນໄລຍະ 1973 – 1975. ບັນດາບົດລາຍງານວິທະຍາສາດ ແລະ ບັນດາຄຳຄິດເຫັນແລກປ່ຽນທີ່ການໂອ້ລົມສົນທະນາໄດ້ເຮັດແຈ້ງບັນດາຫົວຂໍ້ຄື: ສະພາບການພາຍໃນປະເທດ ແລະ ສາກົນໄລຍະປີ 1973 – 1975, ການວິເຄາະນະໂຍບາຍຂອງບັນດາປະເທດມະຫາອຳນາດ (ອາເມລິກາ, ໂຊວຽດ, ຈີນ)ທີ່ກ່ຽວຂ້ອງເຖິງບັນຫາ ຫວຽດນາມ.

ແລະກໍ່ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 28 ເມສາ, ຢູ່ຫໍພິພິທະພັນຍຸດທະສາດ ໂຮ່ຈີມິນຢູ່ນະຄອນໂຮ່ຈີມິນ, ຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມໄດ້ສົມທົບກັບກົມການເມືອງທະຫານເຂດ 7 ແລະ ກົມການເມືອງ ເຫຼົ່າຮົບດັກກົງຈັດຕັ້ງງານວາງສະແດງດ້ວຍຫົວເລື່ອງວ່າ “ລະດູບານໃໝ່ມະຫາໄຊ”

ຕອບກັບ

ຂ່າວ/ບົດ​ອື່ນ