ແນວໂຮມປະເທດຊາດຫວຽດນາມອວຍພອນບຸນຄຼິດສະມາດຢູ່ເຂດຊາວຄິຼດບັກນິງ

ແນວໂຮມປະເທດຊາດຫວຽດນາມອວຍພອນບຸນຄຼິດສະມາດຢູ່ເຂດຊາວຄິຼດບັກນິງ - ảnh 1
ການ​ນຳ​ແຂວງ​ເທື່ອ​ທຽນ​-ເຫວ໋ ​ແລະ ນະຄອນ​ເຫວ໋ ​
ອວຍພອນ​ສຳນັກ​ສັງຄະ​ລາດ​ເຫວ໋
(ພາບ: thuathienhue.gov.vn)

(vovworld) -ວັນ​ທີ 24/12, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ​ໂດຍ​ທ່າ​ນຮອງ​ປະທານ, ທັງ​ເປັນ​ເລຂາທິການ​ໃຫຍ່ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​​ ຫວູຈ້ອງ​ກິມ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ໄປ​ຢ້ຽມຢາມ, ອວຍພອນສຳນັກ​ສັງຄະ​ລາດ​​ບັກ​ນິງ ​ໃນ​ໂອກາດບຸນຄຼິດສະມາດ​.

        ຕາງໜ້າ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ທ່ານ​ຮອງ​ປະທານ ຫວູຈ້ອງ​ກິມ ​ໄດ້​ອວຍພອນ ສັງຄະ​ລາດ ຮ່ວາງ​ວັນ​ດາດ, ສັງຄະ​ລາດ​​ເຂດ​ຊາວ​ຄິຼດ​ບັກ​ນິງ, ທັງ​ເປັນ​ເລຂາທິການ​ໃຫຍ່​ສະພາ​ສັງຄະ​ລາດ​ຫວຽດນາມ​, ພ້ອມ​ກັບ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ ​ແລະ ຊາວ​ຄິຼດ​ໃນ​ເຂດ ​ໄດ້​ຕ້ອນຮັບ​ບຸນຄຼິດສະມາດ​​​ໃນຄວາມ​ສະຫງົບສຸກ ​ແລະ ​​ເຕັມ​ໄປ​ດ້ວຍຄວາມ​ອົບ​ອຸ່ນ​ໃນ​ຄວາມ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ​ຮອງ​ປະທານ ຫວູຈ້ອງ​ກິມ ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ເຂດ​ຊາວ​ຄິຼດ​ບັກ​ນິງ​ໃນ​ປີຜ່ານມາ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ສັງຄົມ, ​ເຂົ້າ​ຮ່ວມ​ຂະ​ບວນການ​ຕ່າງໆ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ປຸກລະດົມ. ທ່ານ​ກໍ່​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ໂບດ ວາ​ຕີ​ກັງ ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ທັງ​ສະ​ເໜີ​ສັງຄະ​ລາດ​ເຂດ​ຊາວ​ຄິຼດ​ບັກ​ນິງ ສືບ​ຕໍ່​ເອົາ​ໃຈ​ໃສ່​ຂົນຂວາຍ​ບັນດາ​ຄຸນ​ພໍ່, ຊາວ​ຄຼິດ​ເຂົ້າ​ຮ່ວມ​ຂະ​ບວນການ ​ແລະ ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ປີ 2015, ປະກອບສ່ວນ​ກໍ່ສ້າງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

ກ່ອນໜ້ານັ້ນ, ວັນ​ທີ 23/12, ການ​ນຳ​ແຂວງ​ເທື່ອ​ທຽນ​-ເຫວ໋ ​ແລະ ນະຄອນ​ເຫວ໋ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ສຳນັກ​ສັງຄະ​ລາດ​ເຫວ໋, ​ເນື່ອງ​ໃນ​ໂອກາດ​ບຸນຄຼິດສະມາດ 2014. ຕາງໜ້າ​ສັງຄະ​ມົນທົນ​ເຫວ໋, ສັງຄະ​ນາຍົກ ​ເລ​ວັນ​ຮົ່ງ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ແຂວງ ​ໃນ​ຊຸມ​ປີຜ່ານມາ ​ແລະ ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ທ້ອງ​ຖີ່​ນ, ທົ່ວ​ແຂວງ​ຈະ​ສືບ​ຕໍ່​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ກວ່າ​ອີກ​ໃນ​ປີ​ຈະ​ມາ​ເຖິງ. ສັງຄະ​ນາຍົກ​ຢືນຢັນ​ວ່າ, ບັນດາ​ຍົດ​ຖາ​ບັນດາສັກ ​ແລະ ປະຊາຊົນ​ຊາວ​ຄຼິດຍາມ​ໃດ​ກໍ່​ພ້ອມກັບ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໃນ​ແຂວງ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ​ໃນ​ພາລະກິດ​ສ້າງສາ​ປະ​ເທດ, ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ສວຍ​ງາມ, ສີວິ​ໄລ​ກວ່າ​ອີກ.

​ໂອກາດ​ນີ້, ການ​ນຳ​ແຂວງຊອກ​ຈັງ ກໍ່​ໄດ້ຈັດ 16 ຄະນະ ​ໄປ​ຢ້ຽມຢາມ, ອວຍພອນ, ມອບ​ຂອງຂວັນ​ຢູ່​ບັນດາ​ໂບດ, ຄອບຄົວ​ຊາວ​ຄຼິດທີ່​ດີ​ເດັ່ນ. ການ​ນຳ​ແຂວງ​ໄຕ​ນິງ ກໍ່​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ຍົດ​ຖາ​ບັນດາສັກ ​ແລະ ປະຊາຊົນຊາວ​ຄຼິດ​ໃນ​ແຂວງ. ພ້ອມ​ທັງ​ສະ​ແດງ​ຄວາມ​ປາຖະໜາ​ວ່າ​, ບັນດາ​ຄຸນ​ພໍ່, ຫຼວງ​ພໍ່ ກໍ່​ຄື​ປະຊາຊົນ​ຊາວ​ຄຼິດ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ປະຕິບັດ​ຕາມ​ທິດ​ນຳ “ຢູ່​ໃນ​ສິນ ກິນ​ໃນ​ທຳ“, ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ປະກອບສ່ວນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັງ​ມີ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ