ແນວໂຮມປະເທດຊາດຫວຽດນາມເພີ່ມທະວີວຽກງານຕິດຕາມກວດກາ,ໄຈ້ແຍກຕີລາຄາສັງຄົມ

(VOVWORLD) -ໃນ 3 ປີຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແຫນງການ ຜັນຂະຫຍາຍໂຄງການຕິດຕາມກວດກາບັນດາບັນຫາ, ຂົງເຂດ ມີຄວາມໝາຍ
ແນວໂຮມປະເທດຊາດຫວຽດນາມເພີ່ມທະວີວຽກງານຕິດຕາມກວດກາ,ໄຈ້ແຍກຕີລາຄາສັງຄົມ - ảnh 1 ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ວັນທີ 16 ພຶດສະພາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດ ເພື່ອສະຫລຸບ 3 ປີແຫ່ງການປະຕິບັດຂໍ້ຕົກລົງຂອງກົມການເມືອງ ຊຸດທີ 11 ກ່ຽວກັບການຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມ ແລະ ປະກອບຄຳເຫັນໃສ່ການກໍ່ສ້າງພັກ, ອຳນາດການປົກຄອງຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງ ການເມືອງສັງຄົມ. ໃນ 3 ປີຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແຫນງການ ຜັນຂະຫຍາຍໂຄງການຕິດຕາມກວດກາບັນດາບັນຫາ, ຂົງເຂດ ມີຄວາມໝາຍຄື: ນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີ, ການປົກປັກຮັກສາສິ່ງແວດລ້ອມ, ປະຕິບັດກົດໝາຍກ່ຽວກັບການຜະລິດ ແລະ ດຳເນີນທຸລະກິດອຸປະກອນການຜະລິດ.  ຜ່ານການຕິດຕາມກວດກາຂໍ້ສະເຫນີແນະບັນດາມາດຕະການເພື່ອແນໃສ່ປະຕິບັດບັນດານະໂຍບາຍ, ຂໍ້ກຳນົດຂອງກົດໝາຍຢ່າງຖືກຕ້ອງ ແລະ ມີປະສິດທິຜົນກວ່າ, ປະກອບສ່ວນປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ປົກປ້ອງຜົນປະໂຫຍດຂອງລັດ, ຈຳກັດການລະເມີດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ