ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະກ່ຽວກັບຫົວຂໍ້ຕໍ່ສູ້ຕ້ານ ອາເມລິກາ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020), ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ແນະນຳຕໍ່ມະຫາຊົນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະກ່ຽວກັບຫົວຂໍ້ຕໍ່ສູ້ຕ້ານ ອາເມລິກາ ໂດຍຜ່ານເວັບໄຊ vnfam.vn ແລະ fanpage ຂອງຫໍພິພິທະພັນ.
ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະກ່ຽວກັບຫົວຂໍ້ຕໍ່ສູ້ຕ້ານ ອາເມລິກາ - ảnh 1ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະກ່ຽວກັບຫົວຂໍ້ຕໍ່ສູ້ຕ້ານ ອາເມລິກາ (ພາບ: vnfam.vn)

 ບັນດາຜະລິດຕະພັນທີ່ນຳມາວາງສະແດງຢູ່ຫໍພິພິທະພັນ ເນື່ອງໃນໂອກາດນີ້ ແມ່ນເຮັດດ້ວຍວັດຖຸຫລາຍຢ່າງ, ສະແດງໃຫ້ເຫັນຮູບພາບຜູ້ເປັນເມຍ, ເປັນແມ່ຢູ່ພາກໃຕ້ທີ່ໄປສົ່ງຜົວ, ລູກໄປເຕົ້າໂຮມຢູ່ພາກເໜືອ, ຫຼື ຜູ້ເປັນແມ່ລ້ຽງທະຫານໃນການຕໍ່ຕ້ານ, ເປັນແນວຫລັງທີ່ໝັ້ນແກ່ນໃຫ້ແກ່ພະນັກງານ, ນັກຮົບຢູ່ແນວຮົບ. ພິເສດ, ແມ່ນບັນດາຜະລິດຕະພັນໄດ້ວາດພາບເຖິງກອງທະຫານປົດປ່ອຍບຸກເຂົ້າປະຕູ ໄຊງ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ