ແນະນຳສິ່ງຍອດຍິ່ງຂອງຊຸດເສື້ອຍາວ ຫວຽດນາມ ກັບເພື່ອນມິດສາກົນຢູ່ ອາເມລິກາ

(VOVWORLD) - ຜ່ານການເຄື່ອນໄຫວຄັ້ງນີ້, ແຂກຖືກເຊີນໄດ້ຮັບຝັງການແນະນຳກ່ຽວກັບປະຫວັດສາດຂອງຂອງຊຸດເສື້ອຍາວ ຫວຽດນາມ.
ແນະນຳສິ່ງຍອດຍິ່ງຂອງຊຸດເສື້ອຍາວ ຫວຽດນາມ ກັບເພື່ອນມິດສາກົນຢູ່ ອາເມລິກາ  - ảnh 1(ມີພັນລະຍາຫຼາຍຄົນຂອງພະນັກງານສະຖານທູດເຂົ້າຮ່ວມ)

         ເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ ຄືວັນທີ 20 ຕຸລາ, ວັນທີ 04 ຕຸລາ, ສະຖານທູດ ຫວຽດນາມ ແລະ ສະມາຄົມພັນລະຍາ, ສາມີ ນະຄອນຫຼວງ ວໍຊິງຕັນ ໄດ້ຈັດພິທີແນະນຳວັດທະນະທຳ ຫວຽດນາມ ດ້ວຍຫົວຂໍ້ວ່າ “ຊຸດເສື້ອຍາວ - ສິ່ງຍອດຍິ່ງໃນວັດທະນຳທຳຂອງ ຫວຽດນາມ". ມີພັນລະຍາຫຼາຍຄົນຂອງພະນັກງານສະຖານທູດ ບັນດາປະເທດ ອາຊຽນ ແລະ ເພື່ອນມິດສາກົນໄດ້ເຂົ້າຮ່ວມເຫດການ. ຜ່ານການເຄື່ອນໄຫວຄັ້ງນີ້, ແຂກຖືກເຊີນໄດ້ຮັບຝັງການແນະນຳກ່ຽວກັບປະຫວັດສາດຂອງຂອງຊຸດເສື້ອຍາວ ຫວຽດນາມ.

ແນະນຳສິ່ງຍອດຍິ່ງຂອງຊຸດເສື້ອຍາວ ຫວຽດນາມ ກັບເພື່ອນມິດສາກົນຢູ່ ອາເມລິກາ  - ảnh 2

ທ່ານນາງພັນລະຍາຂອງເອກອັກຄະລັດຖະທູດ ຫວຽດນາມ ເຈີ່ນທິບິກເວິນ ໃຫ້ຮູ້ວ່າ:

          “ຂ້າພະເຈົ້າມີຄວາມຫວັງຢາກນຳບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ມາເຜີຍແຜ່ໃຫ້ແກ່ເພື່ອນມິດ ອາເມລິກາ ເພື່ອມີຄວາມຮູ້ກ່ຽວກັບ ຫວຽດນາມ ຫຼາຍກວ່າອີກ. ໜຶ່ງໃນບັນດາສິ່ງທີ່ຂ້າພະເຈົ້າມັກທີ່ສຸດນັ້ນແມ່ນ ແພໄໝ ແລະ ຊຸດເສື້ອຍາວ ຫວຽດນາມ. ຍ້ອນເຫດນັ້ນ, ນັບແຕ່ເມື່ອຂ້າພະເຈົ້າມາທີ່ນີ້, ຂ້າພະເຈົ້າໄດ້ມານະພະຍາຍາມສ້າງບັນດາການເຄື່ອນໄຫວເພື່ອແນະນຳໃຫ້ບັນດາເພື່ອນມິດມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ຫຼາຍກວ່າໂດຍຜ່ານບັນດາຮູບພາບຊຸດເສື້ອຍາວ, ແພໄໝ. ກ່ອນອື່ນໝົດ, ຂ້າພະເຈົ້າຢາກແນະນຳກັບບັນດາປະເທດເພື່ອນມິດ ອາຊຽນ, ຖັກຈາກນັ້ນກໍ່ແມ່ນເພື່ອນມິດ ອາເມລິກາ.”

ຕອບກັບ

ຂ່າວ/ບົດ​ອື່ນ