ແນະນຳສິນຄ້າຫວຽດ ນາມຢູ່ເມຊິກໂກ ແລະ ສີລັງກາ


ແນະນຳສິນຄ້າຫວຽດ ນາມຢູ່ເມຊິກໂກ ແລະ ສີລັງກາ - ảnh 1

ຮ້ານ​ສິນຄ້າ​ຫວຽດນາມ​ຢູ່​ງານຕະຫຼາດນັດ​ຄັ້ງໜຶ່ງ

(ພາບ: Vietnam+)

 (vovworld)- ​ ບັນດາ​ຮ້ານ​ວາງສະ​ແດງ​ສິນຄ້າ​ຫວຽດນາມ, ສ່ວນ​ຫຼາຍ​ແມ່ນ​ເຄື່ອງ​ ສິລະ​ປະຫັດຖະກຳ​, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍີບ, ຜະລິດ​ຕະພັນ​ວັດທະນະທຳ…​ຢູ່ “ງານ​ຕະຫຼາດນັດ​ບັນດາ​ພື້ນຖານ​ວັດທະນະທຳ​ເພື່ອ​ນມິດ“ ຄັ້ງທີ 6 ຢູ່​ເມ​ຊິກ​ໂກ ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ແຂກ​ທ່ອງ​ທ່ຽວ. ງານ​ຕະຫຼາດນັດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ ຫຼວງ​ເມ​ຊິກ​ໂກ ຊີ​ຕີ ​ໂດຍ​ມີ​ການ​ເຂົ້າຂອງ 87 ປະ​ເທດ​ໃນ​ໂລກ.

   ​ໃນ​ຂະນະ​ນັ້ນ, ​ແຕ່​ວັນ​ທີ 16-18/5, ສະຖານທູດ​ຫວຽດນາມ ປະຈຳສີ​ລັງກາ ສົມທົບ​ກັບ​ຫ້ອງການ​ການ​ຄ້າ​ແຫ່ງ​ຊາດ​ສີ​ລັງກາ ​ໄດ້​ຈັດ​ງານ​ຕະຫຼາດນັດ​ອຸດສາຫະກຳ​ການ​ຄ້າ​ສາກົນ ຢູ່​ນະຄອນຫຼວງ ​ໂກ​ລົມ​ໂບ, ຮ້ານ​ສິນຄ້າ​ຂອງ​ຫວຽດນາມ ​ໄດ້​ວາງສະ​ແດງ​ບັນດາ​ຮູບ​ພາບ​ທີ່​ສວຍ​ງາມ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ, ​ແນະນຳ​ສິນຄ້າປະ​ເພດ​ເຄື່ອງ​ຂັດ​ມັນ, ​ເຄື່ອງ​ທີ່​ລະນຶກ, ພ້ອມ​ທັງ​ພິມ​ຈຳໜ່າຍ​ບັນດາ​ເອກະສານ​ໂຄສະນາ​ກ່ຽວ​ກັບ​ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ​ຫວຽດນາມ. ບັນດາ​ຮ້ານ​ສິນຄ້າ​ຂອງ​ຫວຽດນາມ ​ໄດ້​ດຶງ​ດູດ​ການ​ການ​ເຂົ້າຮ່ວມ​ຂອງ​ແຂກ​ມາ​ຢ້ຽມ​ຊົມ ​ແລະ ຜູ້​ໃຊ້​ສອຍ​ສີ​ລັງກາ​ ເປັນ​ຈຳນວນ​ຫຼວງ​ຫຼາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ