ແບ່ງປັນຄວາມຮັບຜິດຊອບ, ພ້ອມກັບປະຊາຄົມສາກົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ຕອນເຊົ້າວັນທີ 10 ຕຸລາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Hoesung Lee ຫົວໜ້າຄະນະລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC). 
ແບ່ງປັນຄວາມຮັບຜິດຊອບ, ພ້ອມກັບປະຊາຄົມສາກົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Hoesung Lee (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໄດ້ເນັ້ນໜັກວ່າ: ບັນດາການຄົ້ນຄວ້າ, ຂໍ້ສະເໜີແນະຂອງຄະນະລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຍາມໃດກໍ່ຖືລັດຖະບານ ຫວຽດນາມ, ບັນດາກະຊວງ, ຂະແໜງການ, ບັນດາອົງການຄົ້ນຄວ້າ, ນັກວິທະຍາສາດນຳໃຊ້ຢ່າງມີປະສິດທິຜົນໃນການກໍ່ສ້າງ, ຜັນຂະຫຍາຍການປະຕິບັດບັນດານະໂຍບາຍ, ຍຸດທະສາດ, ມີການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

       ສ່ວນທ່ານ Hoesung Lee ຫົວໜ້າຄະນະລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC) ເຊື່ອໝັ້ນວ່າ: ດ້ວຍບັນດາໝາກຜົນແຫ່ງການຄົ້ນຄວ້າວິທະຍາສາດຂອງຄະນະລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຈະປະກອບສ່ວນຊ່ວຍບັນດາປະເທດໃນວິວັດການວາງນະໂຍບາຍ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ, ພິເສດແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດຄື ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ