ແຜ່ຂະຫຍາຍຈິດໃຈນັກຮຽນໃນປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ

(VOVWORLD) - ວັນທີ 27 ຕຸລາ, ທີ່ນະຄອນຫລວງ ປຣາຮາ, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄວ້າທີ່ມີຜົນງານດີເດັ່ນໃນສົກຮຽນ 2017 – 2018. 
ແຜ່ຂະຫຍາຍຈິດໃຈນັກຮຽນໃນປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ - ảnh 1ແຜ່ຂະຫຍາຍຈິດໃຈນັກຮຽນໃນປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ (ພາບ: ຫວຽດນາມ+) 

ນີ້ແມ່ນການເຄື່ອນໄຫວປະຈຳປີ ແນໃສ່ລະດົມກຳລັງໃຈ ແລະ ຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ຜົນງານ ເຊິ່ງຄົນລຸ້ນໜຸ່ມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ບັນລຸໄດ້ໃນສົກຮຽນຜ່ານມາ.

       ກ່າວຄຳເຫັນທີ່ພິທີ, ທ່ານ ໂຮ່ມິງຕ໋ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກໂກ ໄດ້ເນັ້ນໜັກວ່າ: ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ຍາມໃດກໍ່ໄດ້ຮັບການຮັບຮູ້ເປັນແບບຢ່າງຂອງປະຊາຄົມສາມັກຄີ, ໝັ້ນຄົງເຂັ້ມແຂງໃນຫລາຍຂົງເຂດ, ກໍ່ຄືປະກອບກຳລັງເຫື່ອແຮງໃນການປົກປັກຮັກສາຄວາມງາມທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ຍ້ອນພວກນ້ອງເອງ ແລະ ລຸ້ນຄົນຂອງພວກນ້ອງຈະແມ່ນຜູ້ປະກອບສ່ວນສຳຄັນປັບປຸງຄວາມຮັບຮູ້, ການຕີລາຄາຂອງສັງຄົມ ເຊັກໂກ ກ່ຽວກັບພາບພົດປະຊາຄົມຊາວ ຫວຽດນາມ ບໍ່ພຽງແຕ່ມີຄວາມເກັ່ງກ້າ, ປະສົບຜົນສຳເລັດໃນການດຳເນີນທຸລະກິດເທົ່ານັ້ນ ຫາກຍັງປະກອບສ່ວນທາງດ້ານພູມປັນຍາໃຫ້ສັງຄົມ ເຊັກໂກ ແລະ ບ້ານເກີດເມືອງນອນ ຫວຽດນາມ ຫລາຍພໍສົມຄວນ, ກໍ່ຄືເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ ແລະ ເຊັກໂກ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ