ແຜນ​ກຳນົດ​ພັດທະນາ ​ລະບົບ​ທ່າ​​ເຮືອ​ໃນ​ເຂດ​ດິນ​ຕໍ່​ແຜ່ນ ຫວຽດນາມ​ຮອດ​ປີ 2020

   ທ່ານ​ນາຍົກລັດຖະມົນຕີຫາກໍ່​ເຊັນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​​ເຊັນ​ອະນຸມັດການວາງ​ແຜນ​ກຳນົດ​ພັດທະນາ​ລະບົບ​ທ່າ​​ເຮືອ​ໃນ​ເຂດ​ດິນ​ຕໍ່​ແຜ່ນຫວຽດນາມ​ຮອດ​ປີ 2020, ການ​ກຳນົດ​ທິດ​ຮອດ​ປີ 2030. ຕາມ​ນັ້ນ​ແລ້ວ, ລະບົ​ບທ່າ​ກຳ​ປັ່ນ​ຕ້ອງ​ຖືກ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ຂອງ​ເຂດ ​ແລະ​ມີ​ປະລິມານ​ສິນຄ້າ​ສົ່ງ​ອອກ​ນຳ​ເຂົ້າຫຼາຍ, ຕິດ​ພັນ​ກັບ​ເສັ້ນທາງ​ຄົມມະນາຄົມ​ແຫ່ງ​ຊາດ, ສາກົນ ​ໄປ​ຍັງ​ທ່າ​ກຳ​ປັ່ນ ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ເຂດ. ນອກຈາກ​ນັ້ນ​ແລ້ວ, ​ທ່າ​​ເຮືອ​ໃນ​ເຂດ​ດິນ​ຕໍ່​ແຜ່ນຕ້ອງຮັບປະກັນ​ທີ່ດິນ​ຢ່າງ​ພຽງ​ພໍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ໃນ​ໄລຍະ​ຍາວ​ນານ ​ແລະ​ປະຕິບັດ​ຕາມ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ…

ຂ່າວ/ບົດ​ອື່ນ