ແຜ່ນດິນໄຫວຢູ່ໄຕຫວັນ(ຈີນ)ເຮັດໃຫ້116ຄົນເສຍຊີວິດ

ແຜ່ນດິນໄຫວຢູ່ໄຕຫວັນ(ຈີນ)ເຮັດໃຫ້116ຄົນເສຍຊີວິດ - ảnh 1
(ຫດ​ແຜ່ນ​ດິນ​ໄຫວ ​ຢູ່​ນະຄອນ ທ໋າຍໜານ)

(vovworld) – ​ ​ການ​ເຄື່ອນ​ໄຫວຊອກ​ຫາ​ບັນດາ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວທີ່​ມີ​ຄວາມ​ແຮງ 6,7 ອົງສາ richter ​ຢູ່​ນະຄອນ ທ໋າຍໜານ ​ຂຶ້ນ​ກັບ​ ​ໄຕ​ຫວັນ (ຈີນ) ​ໃນ​ອາທິ​ດກ່ອນ, ​ໄດ້​​ຢຸດຕິ​ໃນ​ວັນ​ທີ 13/02 ພາຍຫລັງ​ຊອກ​ໄດ້ຈຳນວນຜູ້​ຫາຍ​ສາບ​ສູນ​ທັງ​ໝົດ​ໄດ້​. ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ດັ່ງກ່າວ ​ແມ່ນ 116 ຄົນ. ຕາມຕົວ​ເລກ​ສະຖິຕິ​ໃໝ່​ສຸດ ​ໃນ​ຈຳນວນ​ຜູ້​ເສຍ​ຊີ​ວິ​ດນັ້ນມີ 114 ຄົນ​ຢູ່ຕຶກອາຄານ 17 ຊັ້ນ​. ນອກ​ນັ້ນ​ມີ 289 ຄົນໄດ້ຮັບ​ການ​ກູ້​​ເອົາ​ຊີວິດ. ຢູ່ ​ໄຕຫວັນ ​ເຄີຍ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ, ​ແຕ່​ສ່ວນ​ຫລາຍ​ມີ​ຄວາມ​​ແຮງໜ້ອຍ.

 


ຂ່າວ/ບົດ​ອື່ນ