ແມ່ຍິງມີບົດບາດສຳຄັນໃນວຽກງານປ້ອງກັນ, ຕ້ານໄພທຳມະຊາດ

(VOVWORLD) -ແຂກຖືກເຊີນໄດ້ພ້ອມກັນປຶກສາຫາລືເລື່ອງລາວກ່ຽວກັບ “ມູນມອງຂອງແມ່ຍິງກ່ຽວກັບໄພທຳມະຊາດ”, ຍົກອອກບັນດາຂໍ້ສະເໜີແນະ ເພື່ອເສີມຂະຫຍາຍກຳລັງຄວາມສາມາດ, ການປະກອບສ່ວນຂອງແມ່ຍິງກັບວຽກງານປ້ອງກັນ, ຕ້ານໄພທຳມະຊາດ.
ແມ່ຍິງມີບົດບາດສຳຄັນໃນວຽກງານປ້ອງກັນ, ຕ້ານໄພທຳມະຊາດ - ảnh 1ການໂອ້ລົມສົນທະນາແບບທາງໄກ “ແມ່ຍິງກັບໄຟທຳມະຊາດ”
(ພາບ: qdnd.vn)

ຕອນຄ່ຳວັນທີ 19 ຕຸລາ, ຫ້ອງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໄດ້ສົມທົບກັບອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UNWOMEN) ປະຈຳຫວຽດນາມ ໄດ້ຈັດລາຍການໂອ້ລົມສົນທະນາແບບທາງໄກ “ແມ່ຍິງກັບໄຟທຳມະຊາດ”. ຢູ່ທີ່ນີ້, ບັນດາແຂກຖືກເຊີນໄດ້ພ້ອມກັນປຶກສາຫາລືເລື່ອງລາວກ່ຽວກັບ “ມູນມອງຂອງແມ່ຍິງກ່ຽວກັບໄພທຳມະຊາດ”, ຍົກອອກບັນດາຂໍ້ສະເໜີແນະ ເພື່ອເສີມຂະຫຍາຍກຳລັງຄວາມສາມາດ, ການປະກອບສ່ວນຂອງແມ່ຍິງກັບວຽກງານປ້ອງກັນ, ຕ້ານໄພທຳມະຊາດ. ແບ່ງປັນຢູ່ທີ່ນີ້, ທ່ານ ເຈິ່ນກວາງຮ່ວາຍ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ໃຫ້ຮູ້ວ່າ:

        “ໃນໄລຍະປະຈຸບັນ, ບົດບາດຂອງແມ່ຍິງນັບມື້ນັບສູງກວ່າໃນຂົງເຂດປ້ອງກັນ, ຕ້ານໄພທຳມະຊາດ. ບໍ່ພຽງແຕ່ຢູ່ໃນຄອບຄົວເທົ່ານັ້ນ ຫາກຍັງຢູ່ໃນສັງຄົມອີກດ້ວຍ, ແມ່ຍິງທ້ອງຖິ່ນ, ໂດຍສະເພາະແມ່ນກຳລັງປະຈັນບານຂັ້ນຮາກຖານ ໄດ້ຕັ້ງໜ້າທີ່ສຸດໃນການເຂົ້າຮ່ວມກະກຽມທັນຍາຫານ, ສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນ ກໍ່ຄືສ້າງຊີວິດພາຍຫຼັງໄພທຳມະຊາດຄືນໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ