ແລກປ່ຽນທິດທາງຊຸກຍູ້ການພົວພັນຫວຽດນາມ-ອີຢູ
ພາບປະກອບ
(vovworld) – ແຕ່ວັນທີ 1 – 4/06/2014, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບູ່ຍແທງເຊີນ ນຳໜ້າຄະນະຜູ້ແທນ ຫວຽດນາມ ໄປ ບຣຸກແຊນ (ປະເທດ ແບນຊິກ), ເຮັດວຽກກັບການນຳບັນດາອົງການຂອງ ສະຫະພາບ ເອີລົບເພື່ອແນໃສ່ຊອກຮູ້ກ່ຽວກັບໂຄງປະກອບ, ລະບອບຂອງ ອີຢູ, ແລກປ່ຽນກ່ຽວກັບສະພາບການຕົວຈິງ ແລະ ທິດທາງຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອີຢູ.
ທີ່ການພົບປະຄັ້ງຕ່າງໆ, ທ່ານຮອງລັດຖະມົນຕີ ບູ່ຍແທງເຊີນ ສະເໜີໃຫ້ລັດຖະສະພາ ເອີລົບ ແລະ ບັນດາປະເທດ ສະມາຊິກ ອີຢູ ໃຫ້ສັດຕະຍາບັນສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA) ລະຫວ່າງ ຫວຽດນາມ ແລະ ອີຢູ ໂດຍໄວ, ສະຫງວນໃຫ້ ຫວຽດນາມ ກົດລະບຽບເສດຖະກິດການຕະຫຼາດກ່ອນທີ່ 2 ຝ່າຍສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ຍູ້ໄວວິວັດການເຈລະຈາເພື່ອໃຫ້ 2 ຝ່າຍສາມາດຈະສ້າງສຳເລັດ EVFTA ກ່ອນທີ່ຈັດກອງປະຊຸມຂັ້ນສູງ ອາຊີ - ເອີລົບ (ASEM 10) ໃນເດືອນ 10/2014, ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປຂາຍຢູ່ຕະຫຼາດ ອີຢູ.
ກ່ຽວກັບສະພາບການມໍ່ໆມານີ້ຢູ່ທະເລຕາເວັນອອກ, ທ່ານ ບູ່ຍແທງເຊີນ ສະເໜີໃຫ້ບັນດາເຈົ້າໜ້າທີ່ ອີຢູ, ແບນຊິກ, ບັນດານັກຮຽນຮູ້ ແລະ ວິສາຫະກິດ ເອີລົບ ປະກອບສຽງເວົ້າລວມຮຽກຮ້ອງໃຫ້ ຈີນ ເຄົາລົບກົດໝາຍສາກົນ, ຖອນຮ້ານເຈາະນ້ຳມັນ ແລະ ກຳປັ່ນຄຸ້ມຊູອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ, ເຈລະຈາກັບ ຫວຽດນາມ ໂດຍໄວ ເພື່ອແກ້ໄຂບັນຫາໂດຍສັນຕິວິທີ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ປອດໄພການເດີນເຮືອຢູ່ທະເລຕາເວັນອອກ.