ໂຄງການຫນູນຊ່ວຍຄອບຄົວທຸກຍາກກ່ຽວກັບເຮືອນຢູ່ຂອງລັດຖະບານ ຫວຽດນາມ

ໂຄງການຫນູນຊ່ວຍຄອບຄົວທຸກຍາກກ່ຽວກັບເຮືອນຢູ່ຂອງລັດຖະບານ ຫວຽດນາມ - ảnh 1
ກອງ​ປະຊຸມ​ສະຫລຸບ​ໂຄງການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​
ກ່ຽວ​ກັບ​ເຮືອນ​ຢູ່
ພາບ: internet

(vovworld)- ຕອນ​ເຊົ້າ​ວັນ​ທີ 19/7 ຢູ່ ນະຄອນ ບັກ​ນີງ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ນະ​ໂຍບາຍ​ເຮືອນ​ຢູ່ ​ແລະ ຕະຫລາດ​ອະສັງຫາລິມະ​ຊັບ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ ສະຫລຸບ​ໂຄງການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ກ່ຽວ​ກັບ​ເຮືອນ​ຢູ່ ຕາມ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ.  ​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ 4 ປີ ​ແຕ່​ປີ 2009 - 2013 ​ດ້ວຍ​ການ​ຄາດ​ຄະ​ເນ​ວ່າ​ຈະ​ກໍ່ສ້າງ​​ເຮືອນ​​ໃຫມ່ 500.000 ຫລັງ. ​​​ແຕ່​ພາຍຫລັງ 3 ປີ, ​ໂຄງການ​ດັ່ງກ່າວ​ໄດ້​ກໍ່ສ້າງ​ເຮືອນ​ຢູ່​​ໃຫ້​ຄອບຄົວ​ທຸກ​ຍາກໄດ້ 507.000 ຫລັງ. ກ່າວ​ຄຳ​ປາ​ໄສ​ຊີ້​ນຳ​ກອງ​ປະຊຸມ, ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ຫນັກ​ວ່າ: ​ໂຄງການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ກ່ຽວ​ກັບ​ເຮືອນ​ຢູ່ ​ແມ່ນ​ໂຄງການ​ໄດ້​ຮັບ​ການ​ສະຫນັບສະຫນູນ ​ແລະ ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຈາກພັກ, ລັດ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ການ​ຫນູນ​ຊ່ວຍ​ຂອງ​ວົງ​ຄະນາ​ຍາດ​ກໍ​ຄື​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ຫນັກ​ວ່າ: ຍາມ​ໃດພັກ ​ແລະ ລັດ ກໍ​ເອົາ​ໃຈ​ໃສ່​ຫນູນ​ຊ່ວຍ​ເຮືອ​ນຢູ່​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ສັງຄົມ, ຜູ້​ທຸກ​ຍາກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ເຮືອນ​ຢູ່. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ຫນັກ​ວ່າ​:

        “ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ ຕ້ອງ​ເສີມ​ຂະຫຍາຍ​ສິ່ງ​ທີ່​ດີ, ຈຸດ​ເດັ່ນ​ຂອງ​ໂຄງການ​ນີ້ ​ເພື່ອ​ໃຫ້​ພວກ​ເຮົາ​ປະຕິບັດ​ໄລຍະ​ສອງ​ຂອງ​ໂຄງການ. ພວກ​ເຮົາ​ຕ້ອງ​ຖອດ​ຖອນ​ບົດຮຽນ​ຈາກ​ໂຄງການ​ນີ້​ເພື່ອ​ປະຕິບັດ​ໂຄງການ​ກໍ່ສ້າງ​ເຮືອນ​ຢູ່​ອື່ນ​​ໃຫ້ມີ​ປະສິດທິ​ຜົນ​ກວ່າ.”

 

ຂ່າວ/ບົດ​ອື່ນ