ໂຄສະນາການທ່ອງທ່ຽວຫວຽດນາມຢູ່ມາເລເຊຍ

ໂຄສະນາການທ່ອງທ່ຽວຫວຽດນາມຢູ່ມາເລເຊຍ - ảnh 1
(ອ່າວຮ້າລອງ)

(vovworld) – ວັນ​ທີ 16/12, ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະ​ຈຳ ມາ​ເລ​ເຊຍ, ບໍລິສັດ​ການບິນ ຫວຽດນາມ ​ແລະ ບໍລິສັດ HG Travel ຈັດ​ຕັ້ງ​ລາຍການ​ໂຄສະນາ​ການທ່ອງທ່ຽວ ຫວຽດນາມ ຢູ່ ມາ​ເລ​ເຊຍ. ກ່າວ​ຄວາ​ມ​ເຫັນ​ທີ່​ພິທີ​ໄຂ ທ່ານ ​ໂງ​ຮ່ວາ​ຈູງ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເຫດການ​ນີ້ ​ນອນ​ໃນ​ຂົງ​ເຂດ​ລາຍການ​ທີ່​ຖືກ​ຈັດ​ຕັ້ງ​ຢູ່ບາ​ງປະ​ເທດ ​ເພື່ອ​ແນ​ໃສ່​ແນະນຳ​ບັນດາ​ຄວາມ​ສາມາດ​ບົ່​ມຊ້ອນ ​ແລະ ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ໃໝ່​ຂອງ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ, ກໍ​ຄືບັນດາ​ນະ​ໂຍບາຍ​ໃໝ່​ຂອງ​ລັດ ຫວຽດນາມ ກ່ຽວກັບ​ການທ່ອງທ່ຽວ. ປີ 2014 ຈຳນວນ​ແຂກ​ທ່ອງ​ທ່ຽວ ມາ​ເລ​ເຊຍ ມາ ຫວຽດນາມ ​ແມ່ນ 330 ພັນ​ຄົນ, ​ແຕ່​ສະ​ເພາະ​​ 11 ​ເດືອ​ນຂອງ​ປີ​ນີ້, ຕົວ​ເລກ​ດັ່ງ​ກ່າວ​ບັນລຸ 307 ພັນ​ຄົນ, ເພີ່ມ​ຂຶ້ນ 1,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີກາຍ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ຫວຽດນາມ ​ແມ່ນ ໜຶ່ງ​ໃນ​ບັນດາ​ສະຖານ​ທີ່ ​ໄດ້​ຮັບ​ຄວາມນິຍົມ​ຈາກ​ແຂກ​ທ່ອງ​ທ່ຽວ ມາ​ເລ​ເຊຍ. ຫວຽດນາມ ພະຍາຍາມ​ບັນລຸ​ຈຸດ​ໝາຍ​ເຖິງ​ປີ 2020, ຈະ​ຕ້ອນຮັບແຂກ​ທ່ອງ​ທ່ຽວ ມາ​ເລ​ເຊຍ ​ໃຫ້​ໄດ້​ປະມານ 500.000 ຄົນ.

 

ຂ່າວ/ບົດ​ອື່ນ