(VOVWORLD) - ໃນອາທິດນີ້, ພວກຂ້າພະເຈົ້າໄດ້ຮັບຫຼາຍບົດເຂົ້າຮ່ວມການເສັງຂອງຜູ້ຟັງຜູ້ອ່ານສົ່ງມາ, ໃນນັ້ນມີບົດເຂົ້າຮ່ວມການເສັງຂອງບັນດາສະມາຊິກສະໂມສອນຟັງວິທະຍຸສາກົນ, ບົດເຂົ້າຮ່ວມການເສັງຂອງບັນດາເພື່ອນທີ່ເປັນນັກສຶກສາກຳປູເຈຍພວມຮ່ຳຮຽນຢູ່ ຫວຽດນາມຄື: ອັງກິດ, ລາວ, ໄທ, ຈີນ, ສ.ເກົາຫຼີ…
ພາບປະກອບ: VOV |
ທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ!
ຍັງເຫຼືອພຽງ 2 ອາທິດ ເທົ່ານັ້ນກໍ່ຈະຮອດ ກຳນົດເວລາສຸດທ້າຍຂອງຄະນະຈັດຕັ້ງ ໄດ້ຮັບບົດເຂົ້າຮ່ວມການເສັງ ເພື່ອນຮູ້ຫຍັງແດກ່ຽວກັບ ຫວຽດນາມ 2025. ຍິ່ງໃກ້ກັບວັນທີ 30 ມິຖຸນາ, ບັນຍາກາດຂອງການເສັງຍິ່ງຄຶກຄື້ນມ່ວນຊືນກ່ວາເວລາໃດໝົດ.
ໃນອາທິດນີ້, ພວກຂ້າພະເຈົ້າໄດ້ຮັບຫຼາຍບົດເຂົ້າຮ່ວມການເສັງຂອງຜູ້ຟັງຜູ້ອ່ານສົ່ງມາ, ໃນນັ້ນມີບົດເຂົ້າຮ່ວມການເສັງຂອງບັນດາສະມາຊິກສະໂມສອນຟັງວິທະຍຸສາກົນ, ບົດເຂົ້າຮ່ວມການເສັງຂອງບັນດາເພື່ອນທີ່ເປັນນັກສຶກສາກຳປູເຈຍພວມຮ່ຳຮຽນຢູ່ ຫວຽດນາມຄື: ອັງກິດ, ລາວ, ໄທ, ຈີນ, ສ.ເກົາຫຼີ… ສິ່ງນີ້ສະແດງໃຫ້ເຫັນການເສັງໄດ້ ແລະ ພວມໄດ້ຮັບການແຜ່ກະຈາຍຢ່າງກວ້າງຂວາງ ແລະ ໄດ້ຮັບການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກຜູ້ຟັງ, ຜູ້ອ່ານ, ເຊິ່ງແມ່ນຜູ້ຄົນທີ່ຍາມໃດກໍ່ຮ່ວມເດີນທາງ ແລະ ຮັກແພງ ກັບວິທະຍຸກະຈາຍສຽງ ຫວຽດນາມ ເວົ້າສະເພາະ, ກໍ່ຄືປະເທດຫວຽດນາມ ເວົ້າລວມ.
ນອກຈາກນັ້ນຄະນະຈັດຕັ້ງກໍ່ໄດ້ຮັບຈົດໝາຍຂອງຜູ້ຟັງ, ຜູ້ອ່ານໂດຍໃຫ້ຮູ້ວ່າ ເຂົາເຈົ້າພວມຕັ້ງໜ້າເຮັດສຳເລັດບົດເຂົ້າຮ່ວມການເສັງ ແລະ ສົ່ງມາຍັງເຂົ້າຮ່ວມການເສັງຢ່າງຖືກຕ້ອງຕາມ ກຳນົດເວລາ.
ສຸດທ້າຍ, ຂໍອວຍພອນໃຫ້ທ່ານຜູ້ຟັງໄດ້ຮັບລາງວັນໃນການເສັງ, ໃນນັ້ນມີທ່ານຜູ້ຟັງມີບົດເຂົ້າຮ່ວມການເສັງດີທີ່ສຸດສາມຄົນ ຈະໄດ້ຮັບລາງວັນແມ່ນການເດີນທາງທ່ອງທ່ຽວຫວຽດນາມ 5 ວັນ 4 ຄືນໂດຍບໍ່ເສຍຄ່າ ພ້ອມກັບລາງວັນທີ່ດູດດື່ມໃຈຫຼາຍຢ່າງ.
ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດມາຄົ້ນຫາຄວາມງາມຂອງປະເທດຫວຽດນາມ.