ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ຢູ່ ອັກຊັງຕີນ

(VOVWORLD) - ວັນທີ 8 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ອັກຊັງຕີງ ຈັດຕັ້ງການແນະນຳ, ໂຄສະນາພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຢູ່ນະຄອນຫຼວງ Buenos Aires. 
ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ຢູ່ ອັກຊັງຕີນ - ảnh 1 ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ Buenos Aires ແນະນຳ ກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ

ງານວາງສະແດງຮູບພາບ ກ່ຽວກັບ ຫວຽດນາມ ກໍ່ຄືການຈັດຕັ້ງ, ດຶງດູດຄວາມສົນໃຈຂອງເພື່ອນມິດ ອັກຊັງຕີນ ເປັນຈຳນວນຫຼວງຫຼາຍ. ຜູ້ຕາງໜ້າ ສະຖານທູດ ຫວຽດນາມ ຢູ່ ອັກຊັງຕີນ ໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ ຫວຽດນາມ, ພິເສດແມ່ນບັນດາທັດສະນີຍະພາບທີ່ມີຊື່ສຽງໂດ່ງດັງຂອງ ຫວຽດນາມ ຄື: ອ່າວ ຮ້າລອງ, ຊາປາ, ເຫ້ວ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ໄດ້ກາຍເປັນຈຸດນັດພົບທີ່ດູດດື່ມຂອງແຂກທ່ອງທ່ຽວ ອັກຊັງຕີນ. ການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ອັກຊັງຕີນ ກໍ່ໄດ້ຮັບການຊຸກຍູ້ ແລະ ຮັກສາທ່າເຕີບໂຕ, ດ້ວຍວົງເງິນລື່ນກາຍກ່ວາ 3 ຕື້ USD ໃນປີ 2016, ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2015. ອັກຊັງຕີນ ແມ່ນຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງ ຫວຽດນາມ ຢູ່ ອາເມລິກາ ລາຕີນ.

ຕອບກັບ

ຂ່າວ/ບົດ​ອື່ນ