ໂຈະການຈັດກອງປະຊຸມສຸດຍອດ Davos 2021

(VOVWORLD) -ເວທີປາໄສເສດຖະກິດໂລກໄດ້ແຈ້ງໃຫ້ຊາບວ່າ ໄດ້ຕົກລົງໂຈະແຜນການຈັດຕັ້ງກອງປະຊຸມສຸດຍອດ Davos 2021 ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19.

ກອງປະຊຸມສຸດຍອດ Davos ຄັ້ງທີ 51 ຈະດຳເນີນຢູ່ເຂດຕາກອາກາດ Burgenstock ຂອງປະເທດສະວິດ ໃນລະຫວ່າງວັນທີ 18 – 21 ພຶດສະພາ 2021, ແທນໃຫ້ແຜນການຈັດຕັ້ງກ່ອນໜ້ານັ້ນ ໃນເດືອນ ມັງກອນ 2021.

        ດ້ວຍຫົວຂໍ້ “ການຟື້ນຟູຄັ້ງໃຫຍ່”, ເວທີປາໄສເສດຖະກິດໂລກ Davos 2021 ຈະສຸມໃສ່ປຶກສາຫາລືບັນດາມາດຕະການ ເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ຈຳເປັນທີ່ສຸດຂອງໂລກ. ບັນດາການນຳທົ່ວໂລກຈະພ້ອມກັນວາງອອກທິດທາງການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ແລະ ສ້າງສັງຄົມຄືນໃໝ່ໃຫ້ມີຄວາມສະໜິດຕິດພັນ ແລະ ເຂັ້ມແຂງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ